ກະຊວງ ອຄ ປະກາດແຕ່ງຕັ້ງ, ຍົກຍ້າຍ ພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ

293

ໃນວັນທີ 7 ມັງກອນ 2022,  ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີປະກາດການຍົກຍ້າຍພະນັກງານການນໍາຮັບໜ້າທີ່ໃໝ່, ແຕ່ງຕັ້ງຫົວໜ້າກົມ, ສະຖາບັນ ແລະ ແຕ່ງຕັ້ງຮັກສາການແທນຫົວໜ້າຫ້ອງການ, ກົມຊັບສິນທາງປັນຍາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ  ລັດຖະມົນຕີກະຊວງ ອຄ, ມີທ່ານຮອງລັດຖະມົນຕີ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຫ້ອງການ, ສະຖານບັນອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ.

ການປະກາດແຕ່ງຕັ້ງ, ຍົກຍ້າຍໃນຄັ້ງນີ້ ໂດຍປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 27/ນຍ ລົງວັນທີ 23 ທັນວາ 2021 ມີຄຳສັ່ງວ່າດ້ວຍການຍົກຍາຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ປະກາດພະນັກງານໄປຮັບໜ້າທີ່ໃໝ່ 3 ທ່ານ ເປັນຫົວໜ້າກົມຄື ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ທ່ານ ບຸນເພັງ ສີບຸນເຮືອງ ເປັນຫົວໜ້າ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ແກ້ວມໍລະກົດ ສິດລາກອນ ເປັນຫົວໜ້າສະຖາບັນອຸດສາຫະກຳແລະການຄ້າ.

ອີກ 2 ທ່ານ ຖືກແຕ່ງຕັ້ງເປັນຮັກສາການແທນຫົວໜ້າກົມ ແລະ ຫົວໜ້າຫ້ອງການກະຊວງ ອຄ ຄື: ທ່ານ ວິທູນ ສິດທິມໍລະດາ ເປັນຮັກສາການແທນ ຫົວໜ້າຫ້ອງການກະຊວງ ແລະ ທ່ານ ສັນຕິສຸກ ພູນສະຫວັດ ເປັນຮັກສາການແທນ ຫົວໜ້າກົມຊັບສິນທາງປັນຍາ.

ໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ທີ່ໄດ້ປະກອບສ່ວນອຸທິດເຫື່ອແຮງສະຕິປັນຍາ ເຂົ້າໃຈພາລະກິດຂອງພັກ ແລະ ລັດ ກໍ່ຄືການຈັດຕັ້ງປະຕິບັດວຽກງານຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຕະຫຼອດມາ.

ພ້ອມທັງເນັ້ນບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພາຍໃຕ້ສະພາບການໃໝ່ ຫັນປ່ຽນເຂົ້າໃນການດຳລົງຊີວິດແບບໃໝ່ ແລະ ວຽກງານໃໝ່ທີ່ໄດ້ວາງຄາດໝາຍໄວ້, ຍົກສູງຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ສັນຕິ