4 ອາຫານດີແທ້ມາບອກຕໍ່! ຊ່ວຍບໍາລຸງຕັບ ແລະ ລ້າງສານພິດໃນຮ່າງກາຍ

246

ສຸຂະພາບເປັນສິ່ງທີ່ສຳຄັນທີ່ທຸກຄົນບໍ່ຄວນຖືເບົາ ຖ້າສຸຂະພາບດີ ການໃຊ້ຊີວິດກໍ່ຈະພົບພໍ້ແຕ່ສິ່ງດີໆ ສິ່ງສຳຄັນຄືມີກຳລັງໃຈ, ມີເຫື່ອແຮງທີ່ຈະເຮັດຈະເລີ່ມຕົ້ນສິ່ງໃໝ່ໆ ແລະການສູ້ຊີວິດໃນແຕ່ລະວັນ ແຕ່ສຸຂະພາບຈະດີໄດ້ນອກຈາກຈະເບິ່ງແຍງໃຫ້ໄດີແລ້ວການກິນຢູ່ກໍ່ສຳຄັນ ດັ່ງນັ້ນ, ມື້ນີ້ເຮົາມາເບິ່ງອາຫານດີ 4 ຢ່າງ ທັງບໍາລຸງຕັບ ແລະ ລ້າງສານພິດຈາກຮ່າງກາຍໄດ້ພ້ອມ.

ໝາກຂາມປ້ອມ: ສຳລັບໝາກຂາມປ້ອມແມ່ນສາມາດບໍາລຸງຕັບໄດ້ເປັນຢ່າງດີ, ທີ່ອຸດົມໄປດ້ວຍວິຕາມິນຊີ, ຊ່ວຍປ້ອງກັນໃນການເກີດພິດໂລຫະໜັກຕໍ່ຕັບ ແລະ ພ້ອມທັງຊ່ວຍປ້ອງກັນການເກີດໂລກມະເຮັງຕັບ ພ້ອມຊ່ວຍປິ່ນປົວການຕິດເຊື້ອຂອງຕັບອັກເສບໄດ້.

ເຫັດຊະນິດຕ່າງໆ: ຊ່ວຍບໍາລຸງຕັບໄດ້ເຊັ່ນກັນບໍ່ວ່າຈະເປັນເຫັດເຟືອງ, ເຫັດນາງຟ້າ, ເຫັດຫູໜູ ແລະ ເຫັດຫຼິນຈື ເຫັດຈະຊ່ວຍຫຼຸດໄຂມັນໃນຕັບໄດ້ ນອກຈາກນີ້ຍັງຊ່ວຍຕໍ່ຕ້ານການເກີດມະເຮັງຕັບໄດ້ ແລະ ເພີ່ມເມັດເລືອດຂາວໃນຮ່າງກາຍ.

ມັນດ້າງ: ບໍາລຸງຕັບໄດ້ເປັນຢ່າງດີ, ໃນມັນດ້າງມີສານອາຫານລູໂຄຊີໂນເລດ ທີ່ເປັນປັດໃຈສຳຄັນທີ່ກະຕຸ້ນ ໃຫ້ຕັບອ່່ອນຜະລິດ ເອນໄຊໃນການ ຕໍ່ຕ້ານສານພິດ ຊ່ວຍກະຕຸ້ນຂະບວນການຍ່ອຍອາຫານ ທີ່ສົ່ງຜົນໃຫ້ລະບົບຕ່າງໆໃນຮ່າງກາຍ.

ຜັກສີຂຽວ: ຊ່ວຍບໍລຸງຕັບໂດຍສະເພາະ: ຜັກບົ້ງ, ຜັກຫົມ, ຜັກກາດ ແລະ ຜັກອື່ນໆ