ການບໍລິການລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ເພີ່ມຂຶ້ນຢ່າງໄວວາ

150

ສຳນັກຂ່າວຊິນຮວາ ລາຍງານວ່າ ການລົດໄຟແຫ່ງ ສປ ຈີນ ເປີດເຜີຍວ່າ: ການບໍລິການລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ໄດ້ຂະຫຍາຍຕົວຢ່າງໄວວາ ໃນປີ 2021, ໂດຍດຳເນີນງານດ້ວຍຄວາມປອດໄພ.

ເຈົ້າໜ້າທີ່ການລົດໄຟ ແຫ່ງ ສປ ຈີນ ລະບຸວ່າ: ໃນປີ 2021 ຂະບວນລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ບັນລຸ 15.000 ຖ້ຽວ ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີຕໍ່ປີ ແລະ ຮອງຮັບສິນຄ້າ ລວມ 1,46 ລ້ານທີອີຢູ (TEU: ເປັນໜ່ວຍນັບ ສິນຄ້າ ທີ່ບັນຈຸ ໃນຕູ້ຄອນເທັນເນີ ຊື່ງມີ ຄວາມຍາວ 20 ຟຸດ) ເພີ່ມຂຶ້ນ 29% ຈາກປີຜ່ານມາ. ການຮ່ວມມື ໃນກຸ່ມປະເທດ ຕາມແລວເສັ້ນທາງ ລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ໄດ້ເພີ່ມສູງຂຶ້ນ, ໂດຍການໃຫ້ບໍລິການ ທີ່ມີສະຖຽນລະພາບ ໄດ້ມີສ່ວນຊ່ວຍສົ່ງເສີມ ແກ່ສະຖຽນລະພາບຂອງຫ່ວງໂສ້ອຸດສາຫະກຳ ແລະ ຄວາມຕ້ອງການ ໃນທົ່ວໂລກ.