USL Dunkerque ປະກາດແຍກທາງກັບ ບິລລີ, ສະໂມສອນໃນອາຊີຕາມຈີບແນ່ນອນ

316

USL Dunkerque ສະໂມສອນໃນລີກ 2 ຂອງປະເທດຝຣັ່ງ ປະກາດແຍກທາງກັບ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ນັກເຕະຊາວຝຣັ່ງເຊື້ອສາຍລາວ ກອງໜ້າທີມຊາດລາວ ຊຸດໃຫຍ່ ຢ່າງເປັນທາງການ ເມື່ອວັນທີ 6 ມັງກອນ 2022 ເຮັດໃຫ້ມີໂອກາດເປັນໄປໄດ້ທີ່ ບິລລີ ຈະມາຫຼິ້ນໃຫ້ກັບສະໂມສອນໃນພາກພື້ນອາຊີ ເພາະກ່ອນໜ້ານີ້ເປີດເຜີຍວ່າຕ້ອງການມາແນ່ນອນ (ເບິ່ງຄລິບສໍາພາດຂອງ ບິລລີ ລຸ່ມນີ້)

ຫຼ້າສຸດ USL Dunkerque ເຊິ່ງເປັນຕົ້ນສັງກັດຂອງ ບິລລີ ປະກາດຜ່ານເວັບໄຊທ໌ທາງການໃນຕອນບ່າຍຂອງວັນທີ 6 ມັງກອນ 2022 ວ່າ: “ ໂດຍຂໍ້ຕົກລົງຮ່ວມກັບ Loic Kouagba ແລະ Billy Ketkeophomphone ໄດ້ຢຸດເຊົາ ໃນວັນພຸດທີ 5 ມັງກອນ 2022 ແນ່ນອນ ບິລລີ ໄດ້ຮັບໃຊ້ທີມຊາດລາວ ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ແລະ ເຂົ້າຮັບໃຊ້ສະໂມສອນເຂົ້າຮ່ວມແຂ່ງຂັນລີກ 2 ຂອງປະເທດຝຣັ່ງ ສາມາດຍິງໄດ້ 3 ປະຕູຈາກ 24 ນັດ ສຸດທ້າຍສະໂມສອນຂໍຂອບໃຈນໍາ Loic Kouagba ແລະ Billy Ketkeophomphone ສໍາລັບ ຄວາມໝຸ່ງໝັ້ນ ແລະ ການມີສ່ວນຮ່ວມກັບທີມ ຂໍໃຫ້ພວກເຂົາປະສົບຜົນສໍາເລັດໃນການເຮັດວຽກຕໍ່ໄປ ”.

ຢ່າງໃດກໍຕາມ, ເຊື່ອວ່າ ບິລລີ ຈະບໍ່ຫວ່າງງານດົນແນ່ນອນ ເພາະກ່ອນໜ້ານີ້ມີຂ່າວວ່າ ສະໂມສອນຊັ້ນນໍາໃນລີກສູງສຸດຂອງປະເທດ ຍີ່ປຸ່ນ, ໄທ ແລະ ຫວຽດນາມ ຕົກເປັນຂ່າວໃຫ້ຄວາມສົນໃຈ. ( ເບິ່ງປະຫວັດຂອງ ບິລລີ ໄດ້ທີ່ວີດີໂອລຸ່ມນີ້ )

ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບຈາກ: ສຕລ