ໂຕໂຍຕ້າ ລົ້ມແຊັມເກົ່າ GM ຄອງຍອດຂາຍສູງສຸດໃນສະຫະລັດເປັນຄັ້ງທຳອິດໃນຮອບ 90 ປີ

170

ສຳນັກຂ່າວບລູມເບີກລາຍງານວ່າ ບໍລິສັດໂຕໂຍຕ້າ ມໍເຕີ ຜູ້ຜະລິດລົດໃຫຍ່ຈາກຍີ່ປຸ່ນ ສາມາດສ້າງຍອດຂາຍລົດຍົນອັນດັບ 1 ໃນສະຫະລັດອາເມຣິກາໄດ້ສຳເລັດໃນປີ 2021 ໂດຍສາມາດແຊງໜ້າບໍລິສັດ ເຈເນີຣັລ ມໍເຕີ ຫຼື GM ແຊັມເກົ່າທີ່ຄອງສ່ວນແບ່ງຕະຫຼາດລົດໃນສະຫະລັດອາເມຣິກາມາຕັ້ງແຕ່ປີ 1931.

ທັງນີ້ ໂຕໂຍຕ້າ ສາມາດສ້າງຍອດຂາຍໃນຕະຫຼາດສະຫະລັດອາເມຣິກາທັງໝົດ 2.332.000 ຄັນ, ໃນຂະນະທີ່ ຈີເອັມ ມີຍອດຂາຍຢູ່ທີ່ 2.218.000 ຄັນ ໃນປີ 2021 ໂດຍ ຈີເອັມໃຫ້ເຫດຜົນວ່າ ຍ້ອນຂາດແຄນເຊມີຄອນດັກເຕີ ຫຼື ຊິບ ເຊິ່ງເປັນຊິ້ນສ່ວນສຳຄັນໃນລະບົບລົດຍົນໃນຍຸກປັດຈຸບັນ ເຊິ່ງເກີດຂຶ້ນທົ່ວໂລກ ເຮັດໃຫ້ຍອດຂາຍຂອງ ຈີເອັມ ໃນໄຕມາດ 4 ຂອງປີ 2021 ຫຼຸດລົງ 43% ແລະ ຍອດຂາຍໂດຍລວມໃນປີ 2021 ຫຼຸດລົງ 13%, ໃນຂະນະທີ່ຍອດຂາຍຂອງໂຕໂຍຕ້າເພີ່ມຂຶ້ນ 10% ເນື່ອງຈາກມີເຄືອຂ່າຍຜູ້ຜະລິດຊິບທີ່ແຂງແກ່ນສະໜັບສະໜູນຢູ່, ທັງນີ້ ຫາກເບິ່ງໃນພາບລວມແລ້ວ ຈະເຫັນໄດ້ວ່າ ບໍລິສັດຜູ້ຜະລິດລົດຈາກຍີ່ປຸ່ນ ບໍ່ວ່າຈະເປັນ ໂຕໂຍຕ້າ, ຮອນດາ ແລະ ນິສສັນ ຕ່າງກໍມີຍອດຂາຍເພີ່ມຂຶ້ນໃນປີຜ່ານມາ ແຕ່ກົງກັນຂ້າມກັບ ຈີເອັມ ທີ່ມີຍອດຂາຍຫຼຸດລົງ.