ວິທີປູກ ແຣດີສ ໄວ້ກິນເອງ ແບບງ່າຍໆ

229

ແຣດີສ ເປັນພືດຕະກູນ ຫົວ ທີ່ມີຫົວສີແດງ, ທາງໃນສີຂາວ, ໃບຄືກັບຜັກກາດຂຽວບ້ານເຮົາ, ເຊິ່ງການປູກ ແຣດີສ ປູກຄືກັບປູກຫົວຜັກກາດຂາວ, ກະຣົດ (ແຄລັອດ)… ມີກິ່ນຂິວ ເຊິ່ງແຣດີສ ສາມາດນຳມາປຸງແຕ່ງອາຫານໄດ້ທັງດິບ ແລະ ສຸກ ແຕ່ສ່ວນຫຼາຍນິຍົມເອົາມາກີນດິບ ໂດຍສະເພາະເຮັດປະສົມສະລັດ ແລະ ເຮັດເປັນຜັກແກ້ມ.

ແຣດີສ ເປັນພືດທີ່ສາມາດຈະເລີນເຕີບໂຕໄດ້ທຸກສະພາບດິນ, ແຕ່ດິນທີ່ເຮັດໃຫ້ຂຶ້ນງາມ ແລະ ຫົວໃຫຍ່ ແມ່ນດິນປົນຊາຍ ແລະ ດິນພຸຜຸຍ. ເປັນພືດທີ່ມັກອາກາດໜາວເຢັນ ແຕ່ມັກແສງແດດ ຫາກໝັ່ນຫົດນໍ້າຍິ່ງຈະເຮັດໃຫ້ຂຶ້ນງາມ, ມີວິທີປູກໂດຍສະເພາະ ໂດຍການ ຫວ່ານເພາະເບ້ຍ ຫຼື ໃຊ້ວິທີຢອດແກ່ນແນວພັນລົງຂຸມກໍ່ໄດ້. ຈາກນັ້ນກໍຫົດນໍ້າເຊົ້າແລງປົກກະຕິ, ຫາກຫວ່ານເພາະເບ້ຍ ປະມານ 2 ອາທິດ ຕົ້ນກ້າຈະປົ່ງ ແລະ ຍາວປະມານ 5-10 ຊັງຕີແມັດ ຈາກນັ້ນຈຶ່ງຍ້າຍລົງປູກ ໂດຍໃຫ້ປູກຫ່າງກັນປະມານ 10-15 ຊັງຕີແມັດ (ຄືກັບເຮົາບົງຜັກກາດ) ສາມາດປູກໃສ່ເປັນໜານ ແລະ ເປັນກະຖັງກະໄດ້.

ຫຼັງປູກລົງໜານ ຫຼື ກະຖັງແລ້ວ ແຣດີສ ຈະມີອາຍຸປະມານ 30-35 ມື້ຫຼັງຈາກປູກລົງໜານກໍຈະສາມາດເກັບຜົນຜະລິດໄດ້, ໂດຍໃຫ້ສັງເກດເບິ່ງຫົວບໍ່ໃຫ້ອ່ອນເກີນໄປ ແລະ ແກ່ເກີນໄປ ກໍສາມາດເກັບໄດ້.

ວິທີເກັບກ່ຽວແມ່ນໃຫ້ລົກອອກທັງຕົ້ນທັງຫົວພ້ອມກັນ ແລ້ວລ້າງນໍ້າໃຫ້ສະອາດ ຈາກນັ້ນກໍຕັດໃບອອກໂດຍຈົ່ງກ້ານໄວ້ປະມານ 2-3 ຊັງຕີແມັດ, ປະໃຫ້ແຫ້ງ ຫຼື ສະເດັດນໍ້າ ແລ້ວເກັບໃສ່ກ່ອງໄວ້ ບໍ່ໃຫ້ຖືກແດດຈັດເພາະຈະເຮັດໃຫ້ແຣດີສແຫ່ວ.

ສ່ວນຄຸນປະໂຫຍດແມ່ນ ແຣດີສ ມີແຄລຊຽມ, ມີເສັ້ນໄຍ, ມີວິຕາມິນ, ມີໂພແທສ ຊຽມ, ວິຕາມິນອີ, ຟອສຟໍຣັສເຫຼັກ, ວິຕາມິນບີ 2, ວິຕາມິນບີ 3 ເບຕ້າແຄໂຣທີນ ແລະ ອື່ນໆ

[ຂໍ້ມູນ: farmky]