ເຕັກນິກການຕີກ໊ອຟ: 5 ຂັ້ນຕອນໃນການຫຼິ້ນລູກສັ້ນຂ້າງກຣີນ

160

ທີມຂ່າວເສດຖະກິດ-ການຄ້າ ຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄັບ ນໍາເອົາອີກໜຶ່ງເຕັກນິກໃນການຫຼິ້ນກ໊ອຟ ສໍາລັບມືນີ້ຈະນໍາສະເໜີ ເຕັກນິກການນຕີກ໊ອຟລູກສັ້ນຂ້າງກຣີນ ເພາະເປັນຊ໊ອດທີ່ສໍາຄັນໃນການຕີລູກກ໊ອຟ ເພື່ອໃຫ້ເຂົ້າໃກ້ຂຸມທີ່ສຸດ ຫຼື ຕີລົງຂຸມໄດ້ ເຊິ່ງທາງ golfspaceacademy.com ໄດ້ແນະນໍາ 5 ຂັ້ນຕອນໃນການຕີລູກສັ້ນຂ້າງກຣີນ ດັ່ງນີ້:

1.ເລັ່ງໜ່າໄມ້ເຂົາຫາເປົ້າໝາຍ: ເລືອກເຫຼັກທີ່ໃຊ້ໃນການຫຼິ້ນລູກນີ້ຄວນເປັນເຫຼັກໜ້າຕັ້ງ ທີ່ມີອົງສາບໍ່ສູງຫຼາຍເຊັ່ນ: PW 9i, 8i ແລ້ວແຕ່ພື້ນທີ່ທາງເດີນຂອງລູກກ໊ອຟ ຈົນເຖິງຊຸມວ່າມີຫຼາຍພຽງໃດ ແລ້ວວາງໜ້າເຫຼັກເຂົ້າຫາເປົ້າໝາຍ.
2.ຍົກໄມ້ ແລະ ດັນໄມ້ໄປຂ້າງໜ້າ: ຍົກສົ້ນໄມ້ຂຶ້ນເລັກໜ້ອຍ ແລະ ອຽງກ້ານເຫຼັກດ້ານໜ້າ (Shaft lean)

3.Set Up ການຍືນໃຫ້ລູກຄ້ອນມາທາງຂວາ: ຈັດຕໍາແໜ່ງການວາງລູກໄມ້ບໍລິເວນກາງຕີນ ຫຼື ອາດຈະມາທາງດ້ານຂວາໄດ້ເລັກໜ້ອຍ
4.ຈັບກຣິບໃຫ້ສັ້ນລົງ: ເພື່ອງ່າຍຕໍ່ການຄວບຄຸມໜ້າໄມ້ ແລະ ຕ້ອງບໍ່ແໜ້ນ ຫຼື ຫຼວມຈົນເກີນໄປ
5.ຖີ້ມນໍ້າໜັກລົງຕີນຊ້າຍ: ຖີ້ມນໍ້າໜັກລົງຕີນຊ້າຍປະມານ 70% ເພື່ອໃຫ້ໄມ້ກ໊ອຟກະທົບກະລູກກ້ອຟ ກ່ອນຖືກພື້ນ ແລະ ຮັກສານໍ້າໜັກດັ່ງກ່າວຕະຫຼອດການຕີ.