ໂອມິຄອນ ມາຮອດລາວແລ້ວ ແຈ້ງທຸກຄົນທີ່ກ່ຽວຂ້ອງກັກຕົວດ່ວນ

130

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ 19 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານມື້ນີ້ ວ່າໄດ້ມີການກວດພົບ ສາຍພັນ Omicron ກໍລະນີທຳອິດ ໃນ ສປປລາວແລ້ວ.


ເຊິ່ງຜູ້ຕິດເຊື້ອສາຍພັນໂອມິຄຣອນ ມີທີ່ໄປທີ່ມາດັ່ງນີ້ ວັນອາທິດ ວັນທີ 2 ມັງກອນ 2022 ໄດ້ມີຖ້ຽວບີນ AK 7552 ຈາກ ປະເທດມາເລເຊຍ ເດີນທາງມາ ສປປ ລາວ, ໃນຖ້ຽວບີນດັ່ງກ່າວມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ ທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ COVID-19 2 ຄົນເຊີ່ງເປັນຄອບຄົວດຽວກັນ, ໃນນີ້ພົບສາຍພັນ Omicron 1 ຄົນ ເປັນເພດຍິງ.


ຄົນເຈັບຜູ້ຕິດເຊື້ອສາຍພັນ Omicron ມີປະຫວັດເດີນທາງຈາກປະເທດອິນເດຍ ໂດຍຜ່ານສີລັງກາ ແລ້ວມາຕໍ່ຍົນຢູ່ປະເທດມາເລເຊຍ, ເມືອມາຮອດ ສປປ ລາວ ຜູ້ໂດຍສານທັງໝົດພ້ອມດ້ວຍຈຸບີນໄດ້ເກັບຕົວຢ່າງກວດຫາເຊື້ອຕາມລະບຽບການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດພ້ອມທັງກວດຫາສາຍພັນ.


• ຄົນເຈັບດັ່ງກ່າວໄດ້ສັກຢາວັກຊີນຄົບໂດສ , ປັດຈຸບັນບໍ່ມີອາການສະແດງ ແລະ ໄດ້ນຳສົ່ງຜູ້ກ່ຽວໄປປີ່ນປົວໃນສະຖານທີ່ກຳນົດໄວ້. ຕໍ່ກັບການຄົ້ນພົບສາຍພັນ Omicron ຄະນະສະເພາະກິດກໍ່ຄືກະຊວງສາທາລະນະສຸກ ໄດ້ອອກມາດຕະການຮີບດ່ວນ ເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກສູ່ວົງກ້ວາງດັ່ງນີ້:


ໄດ້ແຈ້ງໃຫ້ບັນດາໂຮງແຮມທີ່ຜູ້ໂດຍສານທີ່ເດີນທາງມາຖ້ຽວດຽວກັນທີ່ກັກໂຕຢູ່ໃຫ້ເຂັ້ມງວດຕໍ່ກັກໂຕໃຫ້ຄົບ 14 ວັນ ພ້ອມທັງກວດຫາເຊື້ອໃນມື້ທີ 12, ໃຫ້ພະນັກງານໃນໂຮງແຮມທີ່ແຈກຢາຍອາຫານ ແລະ ໃຫ້ບໍລິການຕໍ່ຜູ້ຈຳກັດບໍລິເວນແມ່ນໃຫ້ເຂັ້ມງວດປ້ອງກັນຕົນເອງເຊັ່ນໃສ່ ຊຸດປ້ອງກັນ, ຜ້າປິດປາກ-ດັງ, ໃສ່ ໜ້າກາກແຜ່ນໃສ (Faceshield), ໃສ່ຖົງມື ແລະ ໝັ່ນລ້າງມື.


ສຳລັບຈຸບີນ ແລະ ເຈົ້າໜ້າທີ່ທີ່ສຳຜັດກັບຜູ້ໂດຍສານໃນຖ້ຽວບີນດັ່ງກ່າວເຊັ່ນ: ຕມ, ພະນັກງານຂັບລົດສົ່ງຜູ້ໂດຍສານໄປໂຮງແຮມຈຳກັດບໍລິເວນ, ພະນັກງານຕ້ອນຮັບໂຮງແຮມແມ່ນໃຫ້ແຍກປ່ຽວທັນທີ ແລະ ໃຫ້ຈຳກັດບໍລິເວນໃຫ້ຄົບ 14 ວັນພ້ອມທັງເກັບຕົວຢ່າງກວດຫາເຊື້ອດ່ວນ ແລະ ຕິດຕາມອາການຂອງຕົນເອງ ຖ້າພົບອາການໄຂ້, ໄອ ຫັນໃຈຍາກແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫຼື ແພດດ່ວນ.


ສຳລັບມາດຕະການໃນຕໍ່ໜ້າ: ຄະນະສະເພາະກິດຈະໄດ້ເຂັ້ມງວດໃນການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດ, ໂດຍສະເພາະຈາກບັນດາປະເທດທີ່ມີລາຍງານການລະບາດຂອງ Omicron, ເລັ່ງການສັກຢາວັກຊີນໃຫ້ໄດ້ບັນລຸເກີນ 70% ລວມທັງເຂັມກະຕຸ້ນ ເພື່ອໃຫ້ປະຊາຊົນມີພູມປ້ອງກັນຕໍ່ການຕິດເຊື້ອ ແລະ ຄະນະສະເພາະກິດຈະມີການລາຍງານຖະແຫຼງຂ່າວຄວາມຄືບໜ້າປະຈຳວັນ

ຄະນະສະເພາະກິດຍັງແຈ້ງອີກວ່າ ເຖີງວ່າປະເທດແມ່ນໄດ້ພົບສາຍພັນ Omicron ກໍລະນີທຳອິດ ແຕ່ກໍ່ບໍ່ໃຫ້ປະຊາຊົນມີຄວາມແຕກຕື່ນ ແລະ ຢ້ານກົວຈົນເກີນເຫດ ເພາະວ່າມາດຕະການທີ່ທາງຄະນະສະເພາະກິດເຮົາວາງອອກມາກໍ່ຮັດກຸມຢ່າງພຽງພໍ ແລະ ມາດຕະການດັ່ງກ່າວແມ່ນ ກໍ່ຍັງແມ່ນມາດຕະການທີ່ເຄີຍປະຕິບັດຜ່ານມາໃນການປ້ອງກັນໂຄວິດທົ່ວໄປ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເປັນປະຈຳ.