ຍິນດີນໍາໂສພະນາ ສະຫຼອງຂຶ້ນເຮືອນໃໝ່ ແລະ ໄດ້ໂລ້ຄໍາຈາກ ຢູທູບ ຈາກການເຮັດເພງ

419

ກ່ອນອື່ນ ຂໍສະແດງຄວາມຍິນດີກັບໜຸ່ມ ໂສພະນາ ນັກຮ້ອງ ຮ້ອຍລ້ານວິວ 1 ໃນທີມນັກຮ້ອງ ລູກເຂີຍໃສ່ມອງ ທີ່ສົມຫວັງດັ່ງຕັ້ງໃຈ ໄດ້ຮັບໂລ້ຄໍາຈາກ ຢູທູບ, ຫາເງິນໄດ້ຈາກການເຮັດເພງສາມາດສ້າງເຮືອນ ປຸກເຮືອນຫຼັງງາມໃຫ້ພໍ່ແມ່ ແລະ ນ້ອງສາວຢູ່ໄດ້


ແລະ ຫຼ້າສຸດມື້ນີ້ໜຸ່ມ ໂສພະນາ ກໍໄດ້ຂຶ້ນເຮືອນໃໝ່ໃນວັນທີ 6 ມັງກອນ 2022 ຜ່ານມາ ຖືເປັນຄວາມພາກພູມໃຈຈາກການຫາດ້ວຍເຫື່ອແຮງຂອງໂຕເອງຈົນສໍາເລັດ ພ້ອມເປັນການສະຫຼອງການໄດ້ຮັບໂລ້ຄໍາ ຈາກຢູທູບ ທີ່ມີຜູ້ຕິດຕາມຫຼາຍກວ່າ 1 ລ້ານຄົນຂຶ້ນໄປນໍາອີກຖືເປັນເລື່ອງດີໆຄູນ 2 ໄປເລີຍສໍາລັບໜຸ່ມຄົນນີ້.

.


ເຊິ່ງກໍໄດ້ມີບັນດາໝູ່ເພື່ອນທັງຢູ່ໃນວົງການ ແລະ ນອກວົງການຕ່າງກໍພາກັນໄປສະແດງຄວາມຍິນດີ ທ່າມກາງບັນຍາກາດທີ່ອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮັກແພງ.

ແລະ ໂສພະນາໄດ້ໂພດຄວາມໃນໃຈວ່າ ຖືວ່າສຳເລັດໄປຂັ້ນ 1 ໃນຊີວິດເກີດມາເປັນຄົນໄດ້ເຮັດເຮືອນໃຫ້ພໍ່ແລະນ້ອງສາວ ໄດ້ຢູ່ສະດວກສະບາຍ ຂອບໃຈທຸກຄົນທີ່ອວຍພອນແລະມາຮ່ວມຂື້ນເຮືອນໃໝ່ ວານນີ້ ມອບໃຫ້ພໍ່ກັບນ້ອງສາວ 5.1.2022

ຈາກ: โสพะนาฟรีแลนซ์ ช่างพาบอิดสะหระ