ໂດ່ໂດ້ ບຸນປະເສີດ ນາຍແບບຄິ້ວງາມ, ພ້ອມອັບເດດຜົນງານລ່າສຸດກັບຊີຣີເລື່ອງໃໝ່

237

ບໍ່ເວົ້າເຖິງບໍ່ໄດ້ເລີຍໜຸ່ມຄົນນີ້ ຄວ້າລ້າງວັນ ໜຸ່ມຄິ້ວງາມ ແລະ ປາກງາມ ຈາກເວທີ Mister Laos Mister international Laos2021 ມາໃໝ່ໆໝາດໆນີ້ເອງ ແລະ ຍັງບໍ່ພຽງແຕ່ເທົ່ານັ້ນຍັງມີຜົນງານໃນວົງການບັນເທີງ ອັບເດດໃກ້ແຟນໆໄດຊົມກັນຢ່າງບໍ່ຂາດໜ້າຈໍເລີຍ ສໍາລັບໜຸມສຸດຫຼໍ່ ບຸນປະເສີດ ວັນທານຸວົງ ຫຼື ໂດ່ໂດ້ ນາຍແບບ ແລະ ນັກສະແດງມາແຮງອີກໜຶ່ງຄົນຂອງວົງການບັນເທີງບ້ານເຮົາ.

ລ່າສຸດນີ້ມາພ້ອມກັບຜົນງານໃຫມ່ ກັບການຮັບບົດບາດເປັນນັກສະແດງ ໃນຊີຣີ “ຄໍາຕອບຄືເຈົ້າ Lady Girl” ໂດຍໜຸ່ມໂດ່ໂດ້ ເອງກໍໄດ້ໃຫ້ສໍາພາດເຖິງຄວາມຮູ້ສຶກຕົນເອງໃນການຮ່ວມສະແດງ ໃນຊີຣີຄັ້ງນີ້ວ່າ: ຕົນເອງຮູ້ສຶກດີໃຈທີ່ໄດ້ມາຮ່ວມໂປຣເຈັກໃຫຍ່ແບບນີ້ ເພາະມີນັກສະແດງແຖວໜ້າ ຂອງວົງການຫຼາກຫຼາຍທ່ານ ບໍ່ວ່າຈະເປັນອ້າຍຕ່າຍອາກາດ, ອ້າຍຍົມ, ອ້າຍຕູ່, ຄຳຮູ້, ເອື້ອຍແພນເພັດພະໄທ ແລະ ນັກສະແດງອື່ນໆລວມໆເກືອບ50ຄົນເລີຍ

ຕົວລະຄອນທີ່ ໂດໂດ່ ໄດ້ຮັບສະແດງໃນເທື່ອນີ້ແມ່ນເປັນຕົວລະຄອນທີ່ເປັນຄົນ ເຟບອຍ (ຜູ້ຊາຍບໍ່ຄ່ອຍດີ) ທີ່ແບບຫຼາຍໃຈ, ຄົບຜູ້ຍິງຄົນອື່ນໄປທົ່ວ ທັງທີ່ຕົນເອງມີແຟນແຕ່ເມື່ອມາຄິດໄດ້ກໍສາຍເກີນໄປແລ້ວ.

ສິ່ງທີ່ປະທັບໃຈທີ່ສຸດໃນຕົວລະຄອນນີ້ແມ່ນ ປະທັບໃຈຫຼາຍໆຢ່າງເລີຍ ເພາະມັນເປັນຕົວລະຄອນໜຶ່ງ ທີ່ເປັນແບບຢ່າງໃຫ້ກັບຊີວິດຂອງຜູ້ຊາຍໆຫຼາຍໆຄົນໃນການໃຊ້ຊີວິດເລີຍກໍ່ວ່າໄດ້

ສໍາລັບ ການສະແດງແມ່ນມີຄວາມທ້າທາຍຫຼາຍສໍາລັບໂຕຂອງໂດ່ໂດ້ເອງ ເພາະໜຶ່ງເລີຍແມ່ນເປັນຊີຣີ ເລື່ອງທຳອິດ ແລະ ຍັງເປັນຊີຣີຟອມໃຫຍ່ ທີ່ມາຮ່ວມກັບນັກສະແດງແຖວໜ້າຂອງປະເທດ ສະນັ້ນ, ໂດ້ເອງຈຶ່ງໄດ້ມີການກຽມຕົວເປັນພິເສດເລີຍ ບໍ່ວ່າຈະເປັນການກຽມໂຕຮຽນ ຄອສການສະແດງນຳອາຈານແຖວໜ້າຂອງປະເທດເຊັ່ນແມ່ໂດນີ້ x-junior .

ຜົນງານທີ່ຜ່ານມາໂດ້ເຄີຍມີຜົນງານໃນການປະກວດຊາຍງາມ, ຫຼີ້ນເອັມວີເພງ, ເຄີຍສະແດງໜັງສັ້ນ, ໂຄສະນາຕ່າງໆ ແລະ ລີວິວສິນຄ້າຕ່າງໆ…..ເຊິ່ງຜົນງານລ່າສຸດນີ້ກໍແມ່ນ ການສະແດງຊີຣີເລື່ອງ “ຄໍາຕອບຄືເຈົ້າ”ນີ້ເອງ.

ສໍາຕົວຂອງໂດ້ເອງຄິດວ່າຕົນເອງເປັນຄົນທີ່ສະໄຕເປັນຄົນສຸຂຸມງ່າຍໆ, ສະບາຍໆ ເຂົ້າຫາຍາກໜ້ອຍໜຶ່ງ ຫຼື ວ່າຍິ່ງໆນຳຄົນບໍ່ຮູ້ຈັກ ແຕ່ວ່າຈະມັກໜ້າຮັກນຳຄົນທີ່ຮັກ ຫຼື ຄົນຮູ້ຈັກກັບໝູ່ເພື່ອນ ແລະ ຮູບແບບການແຕ່ງໂຕກໍ່ແບບສະບາຍໆ ເສື້ອຍືດໂສ້ງຍືດໂດຍສະເພາະສີດຳແມ່ນສີທີ່ມັກທີ່ສຸດເລີຍ.

ສ່ວນກິດກິດຈະກຳຍາມວ່າງຂອງໜຸ່ມຄົນນີ້ແມ່ນມັກໄປຊ້ອມດອກປີກໄກ່ ເພາະໂຕເອງກະເປັນນັກກິລາທີມຊາດຢູ່ແລ້ວ ມັກຮ້ອງເພງ ແລະ ທ່ອງທ່ຽວສາຍທຳມະຊາດ.

ທີມຂ່າວບັນເທີງກໍຕ້ອງຂໍຝາກຜົນງານໃຫມ່ກັບຊີຣີ ຂອງຫນຸ່ມໂດ່ໂດ້ນັກກິລາທີມຊາດ ແລະ ນັກແດງທີ່ຫຼາກຫຼາຍ ຄວາມສາມາດຄົນນີ້ໃຫ້ແຟນໄດ້ຕິດຕາມກັນແດ່ເດີ້ ຜົນງານຈະອອກມາເປັນແນວໃດນັ້ນຕ້ອງຖ້າຕິດຕາມໄດ້ເລີຍໃນໄວໆນີ້ ສ່ວນຊ່ອງທາງໃນການຕິດຕາມຜົນງານແມ່ນສາມາດຕິດຕາມໄດ້ເລີຍທີ່ ເຟສບຸກສ່ວນຕົວ Do Vanthanuvong.

[ ຮູບ: Do Vanthanuvong ]