ແຕ່ງຕັ້ງ 3 ທ່ານ ພາຍໃນຄະນະຈັດຕັ້ງສູນກາງພັກ ເພື່ອເປັນກຳລັງແຮງໃນການປະຕິບັດວຽກງານ

241

ເພື່ອການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ພ້ອມທັງເປັນການເພີ່ມກຳລັງແຮງໃນການປະຕິບັດວຽກງານ, ວັນທີ 5 ມັງກອນ 2022 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຈັດພິທີປະກາດແຕ່ງຕັ້ງພະນັກງານນຳພາຄຸ້ມຄອງ ພາຍໃນຄະນະຈັດຕັ້ງສູນກາງພັກ.

ເຊິ່ງວ່າປະກອບມີ: ແຕ່ງຕັ້ງ ສະຫາຍ ພູຂົງ ພິລາເພັດ ວ່າການແທນຫົວໜ້າຫ້ອງການ ຄຈສພ ເປັນຫົວໜ້າຫ້ອງການ ຄຈສພ, ແຕ່ງຕັ້ງ ສະຫາຍ ວຽນທອງ ສິງຄຳພັນ ວ່າການແທນຫົວໜ້າກົມ ປ້ອງກັນພັກ-ພະນັກງານ ເປັນຫົວໜ້າກົມປ້ອງກັນພັກ-ພະນັກງານ ແລະ ແຕ່ງຕັ້ງ ສະ ຫາຍ ດອນ ໄພວົງ ວ່າການແທນຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະ ນັກງານ ເປັນຫົວໜ້າກົມ ໂຄສະນາ ກໍ່ສ້າງພັກ-ພະນັກງານ.

ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການ ເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໜັກວ່າ: ການປະກາດການແຕ່ງຕັ້ງໝາຍເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ບຸກຄະລາກອນ, ເປັນການເພີ່ມກຳລັງແຮງໃນການປະຕິບັດ ໜ້າທີ່ວຽກງານຂອງຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເອົາໃຈໃສ່ເຮັດສຳເລັດໜ້າ ທີ່ການເມືອງທີ່ໄດ້ຮັບມອບໝາຍເປັນເສນາທິການໃຫ້ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຕາມພາລະບົດບາດໜ້າທີ່ ທີ່ຕົນຮັບຜິດຊອບດ້ວຍຜົນສຳເລັດໃໝ່.

ພ້ອມກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ຟັງຫາງສຽງຂອງມະຫາຊົນ ຕໍ່ແບບແຜນວິທີການນຳພາຂອງຕົນ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງຂອງແຕ່ລະສະຫາຍ ສູ່ບັນຍາກາດໃໝ່ທີ່ຕັ້ງໜ້າ, ບັນຫາສໍາຄັນແມ່ນການປະຕິບັດລະບອບແບບແຜນນຳພາວິທີເຮັດວຽກ ຕາມຫລັກການຂອງພັກ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນໝູ່ຄະນະ ກໍຄື ພາຍໃນສະມາຊິກພັກ-ພະນັກງານ, ຈິງໃຈຕຳນິສົ່ງຂ່າວເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ.

.

ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງການຈັດຕັ້ງ, ກໍ່ສ້າງພັກ-ພະນັກ ງານ ກໍຄື ຂະບວນການລວມໃນການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງ ຄະນະພັກຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX ໃຫ້ປະສົບຜົນສຳເລັດຢ່າງມີໄຊ.