ຖໍ້າອ່າງຫຼວງ ພ້ອມຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ

186

ວຽກງານທ່ອງທ່ຽວເລີ່ມກັບມາຄຶກຄື້ນເຊັ່ນເຄີຍ, ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນ ມາດຕະການປ້ອງກັນໂຄວິດ-19 ແລະ ເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ໃນເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ.

ທ່ານ ໝອກສະຫັວນ ຈິດຕະວົງ ເຈົ້າຂອງສະຖານທີ່ທ່ອງທ່ຽວຖໍ້າອ່າງຫຼວງ ເມືອງວັງວຽງ ແຂວງວຽງຈັນ ໃຫ້ສຳພາດວ່າ: ສະຖານທີ່ທ່ອງທ່ຽວຖໍ້າອ່າງຫຼວງເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ໃນປີ 2021 ນີ້ ຊຶ່ງເປັນຮອບທີ່ໜັກໜ່ວງກວ່າຮອບທີ່ຜ່ານມາ ສະນັ້ນ, ຈຶ່ງໄດ້ປິດກິດຈະການຊົ່ວຄາວເປັນເວລາດົນພໍສົມຄວນ ໃນໄລຍະທີ່ປິດກິດຈະການຊົ່ວຄາວກໍໄດ້ມີການປັບປຸງຫຼາຍຢ່າງເຊັ່ນ ປັບປຸງຂົວ ຮັກສາພື້ນທີ່ໃຫ້ເປັນພື້ນທີ່ສີຂຽວ ຮັກສາຄວາມສະອາດຂອງສາຍນໍ້າ ລວມທັງກິດຈະກຳການທ່ອງທ່ຽວ.

ພາຍຫຼັງລັດຖະບານໄດ້ມີມາດຕະການຜ່ອນຜັນ ມາດຕະການປ້ອງກັນໂຄວິດ-19 ແລະ ເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ກໍເປັນຂ່າວດີສຳລັບຜູ້ປະກອບການດ້ານບໍລິການເປັນຕົ້ນແມ່ນ ກິດຈະການທ່ອງທ່ຽວ ພ້ອມດຽວກັນນັ້ນ ກໍໄດ້ກະກຽມຄວາມພ້ອມຮອບດ້ານໃນການຕ້ອນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ປັດຈຸບັນພ້ອມເປີດໃຫ້ບໍລິການທ່ອງທ່ຽວແລ້ວ ສຳລັບກິດຈະກຳທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍແມ່ນການລົງຫຼິ້ນນໍ້າ ເນື່ອງຈາກວ່າເປັນນໍ້າທີ່ສະອາດສີຂຽວ ແລະ ຂີ່ສະລິງ ພ້ອມກັນນັ້ນຍັງສະໜອງສະຖານທີ່ໃຫ້ແກ່ນັກທ່ອງທ່ຽວຈັດກິດຈະກຳຕ່າງໆຕື່ມອີກ ແລະ ສາມາດນຳອາຫານເຂົ້າມາໄດ້.

ໂອກາດນີ້ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວໃນຖໍ້າອ່າງຫຼວງ ເພື່ອຜ່ອນຄາຍໄປກັບທຳມະຊາດທີ່ງົດງາມ ອາກາດທີ່ເຢັນສົດຊື່ນ ສະຖານທີ່ແຫ່ງນີ້ຢູ່ຫ່າງຈາກຕົວເມືອງວັງວຽງປະມານ 8 ກິໂລແມັດ ເຖິງແມ່ນຈະເປີດໃຫ້ບໍລິການນັກທ່ອງທ່ຽວແລ້ວ ແຕ່ພວກເຮົາກໍມີມາດຕະການເພື່ອປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດຄື ກ່ອນຈະເຂົ້າສະຖານທ່ອງທ່ອງນັກທ່ອງທ່ຽວຕ້ອງມີໃບຢັ້ງຢືນໄດ້ສັກວັກຊິນຄົບ, ວັດແທກອຸນຫະພູມ, ລ້າງມືໃສ່ເຈວ ແລະ ໃສ່ຜ້າປິດປາກ-ດັງ ທັງນີ້ກໍເພື່ອຄວາມປອດໄພຂອງຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການອື່ນໆ.
ຈາກ: ປະຊາຊົນ