ພ້ອມຊື້ ແລະ ຊິມ 25-29ມັງກອນ ກັບ“ເທດສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່”

243

ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ຈັດພິທີຖະແຫລງຂ່າວ ເທສະການອາຫານລາວ ປະຈໍາປີ 2022 ຂຶ້ນ ພາຍໃຕ້ຄຳຂວັນ “ເທສະການອາຫານລາວ ຕາມວິຖີຊີວິດປົກກະຕິແບບໃຫມ່” ເຊິ່ງຈັດຂຶ້ນເປັນປີທີ 16ແລ້ວ ໂດຍການສະຫນັບ ສະຫນູນຫລັກຈາກ ບໍລິສັດເບຍລາວ.

ພິທີຖະແຫລງຂ່າວ ຈັດຂຶ້ນໃນວັນທີ 5 ມັງກອນ 2022 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ(ສທຍ), ປະທານຄະນະກໍາມະການຈັດງານເທດສະການອາຫານລາວ 2022; ມີທ່ານ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ໃນປີ 2022 ນີ້ ພວກເຮົາຈະໄດ້ເທດສະການອາຫານຂຶ້ນ ພາຍໃຕ້ຄໍາຂວັນ:“ເທດສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal )2022. ໂດຍອີງໃສ່ສະພາບສັງຄົມໃນປັດຈຸບັນ ສທຍ ຈິ່ງໄດ້ ຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວເປັນຕົ້ນຕໍ ເພື່ອມາວາງຂາຍໃນງານເທດສະການອາຫານ, ໃຫ້ມີພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ໃນນັ້ນມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດ ແລະ ຜູ້ສະໜັບສະໜູນ 109 ຮ້ານ, ຂາຍເຄື່ອງຫັດຖະກໍາແລະ ກະສິກໍາ 11 ຮ້ານ.

ຈຸດປະສົງ ຂອງງານ ປີ 2022 ແມ່ນ:
1) ສ້າງບັນຍາກາດ ແລະປູກຈິດສໍານຶກໃຫ້ຄົນໃນສັງຄົມຮັບຮູ້ ແລະສາມາດເຂົ້າ ຊົມ, ຈັບຈ່າຍຊື້ຂາຍອາຫານ, ຕາມແບບວິຖີຊີວິດປົກກະຕິແບບໃໝ່ຂອງສັງຄົມປັດຈຸບັນ.
2) ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ, ຮ້ານອາຫານ, ຮ້ານຂາຍຍ່ອຍ ຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫລວງວຽງຈັນໄດ້ມາວາງສະ ແດງ ແລະ ຄ້າຂາຍຈ່າຍຊື້ໄດ້ໂດຍປົກກະຕິ ແລະຮັບປະກັນ ຄຸນນະພາບໃນທຸກດ້ານ.
3) ເພື່ອເອື້ອອໍານວຍຄວາມສະດວກໃຫ້ຜູ້ປະກອບການ ແມ່ຍິງ ທີ່ເຮັດການ ຜະ ລິດ ເປັນ ສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະພາກພື້ນ, ເພື່ອ ກ້າວສູ່ຕະຫລາດທາງອອນລາຍໃຫ້ຫລາຍຂຶ້ນ ແລະ ມີຄຸນນະພາບ.
4) ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວໃນເຂດທ່ອງທ່ຽວສີຂຽວຂອງສປປລາວເຮົາໃນໄລຍະປີ 2022.
5) ເພື່ອຊຸກຍູ້ໃຫ້ຍິງໜຸ່ມ(ຜູ້ກໍາລັງຊອກວຽກເຮັດງານທໍາ, ລໍຖ້າຊັບຊ້ອນ)ທີ່ຢາກສ້າງຕົວເປັນນັກທຸລະກິດໃນອະນາຄົດໄດ້ນໍາເອົາຜະລິດຕະພັນທີ່ປອດສານພິດ ແລະ ປຸງແຕ່ງແບບປະດິດສ້າງຂອງເຂົາເຈົ້າມາວາງຂາຍໃນງານ(ເປັນອາຊີບເສີມ).

ສ່ວນກິດຈະກໍາໃນງານ: ແມ່ນມີການຈັດຕັ້ງໂຄສະນາ ຜະລິດຕະພັນຂອງບໍລິສັດ ແລະ ພາກສ່ວນທີ່ສະໜັບສະໜູນຫລັກຂອງງານເທດສະການອາຫານ ເທິງເວທີເປັນປະຈໍາທຸກວັນ; ໄດ້ມີການກວດວັດແທກອຸນຫະພູມໃນງານທຸກໆວັນ, ມີເຈວລ້າງມືໃຫ້ຜູ້ເຂົ້າຮ່ວມງານ, ແຈກຜ້າອະນາໄມປ້ອງກັນພະຍາດຟຣີ, ຜູ້ມາຂາຍເຄື່ອງຕ້ອງໃຫ້ຮັບປະກັນການປ້ອງກັນ, ຄວບຄຸມພະຍາດໂຄວິດ-19ຕາມມາດຕາການຂອງຄະນະສະເພາະກິດ; ສໍາລັບໂຕະຕັ່ງໄວ້ຄອບບໍລິການແຂກຜູ້ເຂົ້າມາທ່ຽວງານນັ່ງກິນອາຫານນັ້ນ ແມ່ນຈະໄດ້ຈັດໄວ້ໃຫ້ຮັກສາໄລຍະຫ່າງຢ່າງເຂັ້ມງວດ; ຜູ້ວາງສະແດງ, ຂາຍເຄື່ອງ ແລະ ຜູ້ມາທ່ຽວງານ ຕ້ອງໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດຄົບ 2 ເຂັມ, ຕ້ອງໃສ່ຜ້າອັດປາກ, ປິດດັງ ຢ່າງຄົບຖ້ວນ; ມີໂຄງການສ້າງຄວາມເຂັ້ມແຂງໃຫ້ຍິງໜຸ່ມທີ່ຢາກເປັນເຂົ້າຂອງຮ້ານອາຫານໃນອະນາຄົດ ໂດຍການສະໜັບສະໜູນຈາກໂຄງການ Plan Lao(ໂດຍຈັດໃຫ້ມີການຄັດເລືອກເອົາຍິງໜຸ່ມເຂົ້າມາແຂ່ງຂັນ, ຄັດເລືອກເອົາທຶນຊ່ວຍເຫລືອຈາກອົງການ Plan Lao ໃຫ້ໄດ້ຜູ້ຊະນະເລີກຈໍານວນ 5 ຄົນ); ແລະ ມີການແຂ່ງຂັນປຸງແຕ່ງລາບໝູໃນງານ ໃນວັນສຸດທ້າຍຂອງງານ.

ໃນຕອນທ້າຍ ທ່ານຍັງໄດ້ກ່າວຂໍເຊີນຊວນມວນຊົນທຸກຖ້ວນໜ້າໂດຍຜ່ານສື່ຕ່າງໆຈົ່ງໄດ້ ເຊື່ອໝັ້ນ ແລະ ສາມາດເຂົ້າມາງານ ແລະ ເລືອກຊິມເລືອກຊື້ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳລາວ ໃນງານເທດສະການອາຫານລາວ2022 ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” ຢ່າງປອດໄພ.

ສໍາລັບພິທີເປີດງານເທດສະການອາຫານລາວຢ່າງເປັນທາງການແມ່ນວັນທີ 25-29/01/2022 ເປັນເວລາ 5 ວັນເຕັມ ທີ່ເດີ່ນສວນເຈົ້າອະນຸວົງແຄມຂອງ ຄືທຸກປີທີ່ຜ່ານມາ ແລະ ໄດ້ຈັດໃຫ້ມີພຽງ 120 ຮ້ານເທົ່ານັ້ນ, ໃນນັ້ນມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະກະສິກໍາ 11 ຮ້ານ. ຜູ້ທີ່ມີຄວາມສົນໃຈຈັບຈອງຫ້ອງວາງຂາຍແມ່ນສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 020 55990646.