ປະກາດປັບຫຼຸດອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%

784

ໃນວັນທີ 31 ທັນວາ 2021  ກະຊວງການເງິນ ໄດ້ອອກແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເຄື່ອນໄຫວທຸລະກິດໃນ ສປປ ລາວ ເລື່ອງການຈັດຕັ້ງປະຕິບັດບາງນະໂຍບາຍ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ. ສະນັ້ນ, ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ດັ່ງນີ້:


1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸລະກິດ ໃນ ສປປ ລາວ ຕ້ອງຈັດຕັ້ງປະຕິບັດບາງນະໂຍບາຍໂດຍສະເພາະແມ່ນອັດຕາອາກອນແຕ່ລະປະເພດທີ່ມີການປັບປຸງ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບເເຕ່ ວັນທີ 1 ມັງກອນ 2012 ເປັນຕົ້ນໄປ.


2. ບັນດາຫົວໜ່ວຍວິສາຫະກິດ ທີ່ນຳເຂົ້າ-ສົ່ງອອກສິນຄ້າ ທີ່ມີເງື່ອນໄຂ ແລະ ມາດຖານ (ເອອີໂອ) ຕາມທີ່ໄດ້ກໍານົດໄວ້ໃນຄຳແນະນໍາສະບັບເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021 ໃຫ້ແຈ້ງມອບອາກອນໃນເວລາມີການສະໜອງສິນຄ້າຢູ່ພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ໂລແມງ I ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ.


3. ບັນດາຫົວໜ່ວຍວິສາຫະກິດ ຈັດຕັ້ງປະຕິບັດອັດຕາອາກອນແຕ່ລະປະເພດທີ່ໄດ້ມີການປັບປຸງ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ. ສໍາລັບອັດຕາອາກອນປະເພດຕ່າງໆ ທີ່ບໍ່ມີການປັບປຸງແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. ໃນກໍລະນີ ວິສາຫະກິດໃດຫາກບໍ່ສາມາດປັບປຸງກົນໄກໃໝ່ ໄດ້ທັນກຳນົດເວລາທີ່ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນມີຜົນບັງຄັບໃຊ້ ໃຫ້ສະເໜີຂະແໜງສ່ວຍສາອາກອນບ່ອນຕົ້ນຂຶ້ນກັບ ເພື່ອຂໍປັບປຸງກົນໄກໃໝ່ດັ່ງກ່າວໃຫ້ສຳເລັດ ພາຍໃນເດືອນມັງກອນ 2022.


4. ບັນດາຫົວໜ່ວຍວິສາຫະກິດ ທີ່ຍັງມີໃບເກັບເງິນອາກອນ ທີ່ນໍາໃຊ້ບໍ່ທັນໝົດ ໃຫ້ສະເໜີໄປຍັງຂະແໜງສ່ວຍສາອາກອນບ່ອນຕົ້ນຂຶ້ນກັບ ຢັ້ງຢືນເປັນລາຍລັກອັກສອນ ເພື່ອອະນຸຍາດໃຫ້ນໍາໃຊ້ໃບເກັບເງິນດັ່ງກ່າວຕໍ່ໄປ ຈົນກວ່າຈະຖືກນຳໃຊ້ໝົດ ແລະ ໄດ້ຮັບອະນຸຍາດໃຫ້ ພິມ ຫຼື ຊື້ໃບເກັບເງິນໃໝ່ ທີ່ກໍານົດອັດຕາອາກອນທີ່ໄດ້ປັບປຸງ ເປັນຕົ້ນ ອັດຕາອາກອນມູນຄ່າເພີ່ມ ທີ່ໄດ້ປັບປຸງຈາກອັດຕາ 10% ມາເປັນ 7% ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021.


5. ການແຈ້ງມອບອາກອນໃຫ້ແຈ້ງມອບຜ່ານລະບົບ TaxRIS ຫຼື ຜ່ານເວບໄຊtaxservice.mof.gov.la ເຊິ່ງກົມສ່ວຍສາອາກອນ ໄດ້ປັບປຸງ ແລະ ນຳໃຊ້ລະບົບດັ່ງກ່າວ ຕາມນະໂຍບາຍທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021.