ພົບຜູ້ຕິດເຊື້ອໂຄວິດໃໝ່ມື້ນີ້ 1.083 ຄົນ, ນະຄອນຫຼວງວຽງຈັນ 347 ຄົນ

123

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 06 ມັງກອນ ປີ 2022 ວ່າມາຮອດວັນທີ 5 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.942 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.083 ຄົນ (ຕິດເຊື້ອພາຍໃນທັງໝົດ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1.083 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງວຽງຈັນ 347 ຄົນ, ອຸດົມໄຊ 143 ຄົນ, ຜົ້ງສາລີ 91 ຄົນ, ໄຊຍະບູລີ 83 ຄົນ, ຫຼວງນ້ຳທາ 79 ຄົນ, ວຽງຈັນ 57 ຄົນ, ຫຼວງພະບາງ 45 ຄົນ, ບໍ່ແກ້ວ 42 ຄົນ,ຫົວພັນ 34 ຄົນ, ເຊກອງ 32 ຄົນ

ບໍລິຄຳໄຊ 31 ຄົນ, ສາລະວັນ 22 ຄົນ, ຊຽງຂວາງ 22 ຄົນ, ຈຳປາສັກ 14 ຄົນ, ຄຳມ່ວນ 12 ຄົນ, ໄຊສົມບູນ 12 ຄົນ, ອັດຕະປື 9 ຄົນ ແລະ ສະຫວັນນະເຂດ 8 ຄົນ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 115.870 ກໍລະນີ, ອອກໂຮງໝໍວານນີ້ 292 ຄົນ ແລະ ກຳລັງປິ່ນປົວ 8.129 ຄົນ ແລະ ເສຍຊີວິດສະສົມທັງໝົດ 411 ຄົນ (ເສຍຊີວິດໃໝ່ 2 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກ: ແຂວງວຽງຈັນ 1 ຄົນ ແລະ ຫຼວງນ້ຳທາ 1 ຄົນ.