ເຕັກນິກການຕີກ໊ອຟ: ວິທີເລັງເປົ້າໝາຍ ກ່ອນຕີກ໊ອຟໃຫ້ໄດ້ປະສິດທິພາບ

143

ແນ່ນອນວ່າການເລັງເປົ້າໝາຍ ເປັນສິ່ງສໍາຄັນທີ່ສຸດໃນການຫຼິ້ນກີລາກ໊ອຟ ແລະ ແປກກວ່າກີລາອື່ນໆ ເພາະກີລາປະເພດອື່ນໆສ່ວນໃຫຍ່ຈະເລັງເປົ້າໝາຍຊື່ຕົງ ກົງກັນຂ້າມກັບກີລາກ໊ອຟຕ້ອງເປົ້າຈາກທາງດ້ານຂ້າງ ເຮັດໃຫ້ມີຄວາມຍາກກວ່າກີລາອື່ນໆ ໃນການຈັດລະບຽບຂອງຮ່າງກາຍເປັນຕົ້ນແມ່ນ ຕາ, ບ່າໄຫຼ່, ແອວ, ຫົວເຂົ່າ ແລະ ຕີນ.

ດັ່ງນັ້ນ, ມື້ນີ້ພວກເຮົາໄປເບິ່ງ ວິທີໃນການເລັງເປົ້າໝາຍ ກ່ອນຕີອອກໄປມີຄື:
1.ການເລັງໄລຍະສັ້ນ ຕັ້ງແຕ່ 150-160 ຫຼາ: ເມື່ອຈັດລະບຽບໜ້າໄມ້ ແລະ ລໍາຕົວຂອງທ່ານກັບເປົ້າໝາຍແລ້ວ ເພື່ອເປັນການເຊັກວ່າ ຕົວທ່ານນັ້ນຂະໜານໄປທາງດຽວກັນຫຼືບໍ? ໃຫ້ໃຊ້ໄມ້ທີ່ທ່ານກໍາລັງຈະຕີຢູ່, ຍົກຂຶ້ນນໍາທຽບກັບຕົ້ນຂາຂອງທ່ານ ເພື່ອຈັດລໍາຕົວສ່ວນລຸ່ມ, ເມື່ອຮູ້ສຶກວ່າຊື່ດີແລ້ວ ກໍຍົກຂຶ້ນມາທຽບກັບໜ້າເອິກຂອງທ່ານ ເພື່ອຈັດລໍາຕົວສ່ວນເທິງຕໍ່ ເພາະຈະເຮັດໃຫ້ລໍາຕົວຊື່ ແລະ ຂະໜານໄປທາງເປົ້າໝາຍໄດ້ດັ່ງໃຈທີ່ຕ້ອງການ.

2.ວິທີທີ 2 ເລັງໄລຍະຍາວ ຕັ້ງແຕ່ 160 ຫຼາຂຶ້ນໄປ: ເມື່ອໄລຍະໄກຂຶ້ນແນ່ນອນເປົ້າໝາຍຍິ່ງນ້ອຍລົງໄປຕາມໆກັນ, ເປັນການຍາກທີ່ຈະໃຫ້ຊື່ຕົງ ແລະ ຂະໜານໄປທາງເປົ້າໆໝາຍ ສະນັ້ນພວກເຮົາຈິ່ງຕ້ອງຫາສິ່ງໃດສິ່ງໜຶ່ງທີ່ເປັນສິ່ງປຽບທຽບກັບເປົ້າໝາຍເປັນເລັງແທນເຊັ່ນ: ກ້ອນຫີນ, ເສດດິນ, ປາຍຫຍ້າ, ຮອຍທີ່ຕີແລ້ວ ແລະ ອື່ນໆ ເຊິ່ງການເລັງເປົ້າວິທີນີ້ໃຫ້ທ່ານເບິ່ງລາຍດ້ວຍສາຍຕາ ທີ່ທ່ານຄິດວ່າກົງກັບຈຸດທີ່ທ່ານເລືອກເອົາໄວ້ແລ້ວ ຫຼັງຈາກນັ້ນຄ່ອຍປັກທີ່ວາງລູກລົງໄປ.

ກົງກັນຂ້າມ ໃນກໍລະນີທີ່ສະໜາມນັ້ນໂລ່ງລຽບ ຫາຈຸດເລັງເປົ້າບໍ່ໄດ້ ເຮັດໃຫ້ຈໍາເປັນຕ້ອງເລືອກທີ່ໆເໝາະສົມ, ປັກທີ ແລະ ວາງລູກກ່ອນທີ່ຈະເລັງເປົ້າ ເຊິ່ງໃຊ້ສາຍຕາຂອງທ່ານລາກລາຍຈາກເປົ້າໝາຍເຖິງທີ່ລູກແລ້ວ ໃຊ້ລູກກ໊ອຟແທນ ໂດຍໃຊ້ລູກກ໊ອຟທຽບກັບເປົ້າໝາຍ ກ່ອນຄ່ອຍສົມທຽບກັບລໍາຕົວຂອງທ່ານເອງ ເໝືອນກັບວິທີໆ 1 ເທົ່ານີ້ເອງຈະເຮັດໃຫ້ທ່ານເລັງທັງໜ້າໄມ້ ແລະ ລໍາຕົວຂອງທ່ານໃຫ້ຂະໜານໄປໃນທາງດຽວກັບເປົ້າໝາຍ.
ຄັດຈາກ: www.bloggang.com