ເຊົາແຮມຕັນ ຢືນຢັນ ເສດຖີຈາກແຊກບີ ຊື້ກິດຈະການຂອງສະໂມສອນ 100 ລ້ານປອນ

176

ດຣາແກນ ໂຊລັກ ມະຫາເສດຖີຈາກປະເທດແຊກບີ ເຈົ້າຂອງ ບໍລິສັດ ສະປອດ ຣີພັບລິກ ຊື້ສະໂມສອນ ເຊົາແຮມຕັນ ໃນພຣີເມຍລີກ ອັງກິດ ດ້ວຍເງິນຈໍານວນ 100 ລ້ານປອນ ຈາກ ເກົາ ຈີ້ເສິງ ນັກທຸລະກິດຊາວຈີນ ທີ່ຖືຫຸ່ນຢູ່ຈໍານວນ 80% ເມື່ອວັນທີ 4 ມັງກອນ 2022 ຕາມການຢືນຢັນຂອງ ເຊົາແຮມຕັນ.

ສໍາລັບ ດຣາແກນ ໂຊລັກ ເປັນຜູ້ກໍ່ຕັ້ງ ຢູໄນເຕັດ ກຣຸ໊ບ ບໍລິສັດ ເຄເບິລ ທີວີ ຍັກໃຫຍ່ຂອງປະເທດແຊກບີ ນັບຕັ້ງແຕ່ປີ 2000 ຈົນເຖິງປັດຈຸບັນບໍລິສັດຂອງລາວກໍາລັງເຕີບໃຫຍ່ຢ່າງກ້າວກະໂດດຂັ້ນ ໂດຍມີຜູ້ໃຊ້ບໍລິການເຖິງ 40 ລ້ານຄົນຈາກ 8 ປະເທດ.

ນອກຈາກນີ້ ຍັງມີການເປີດເຜີຍວ່າ: ທຸລະກິດຂອງ ດຣາແຮນ ໂຊລັກ ສ້າງລາຍໄດ້ຫຼາຍກວ່າ 1,7 ຕື້ລ້ານປອນຕໍ່ປີ ແລະ ສະເພາະສ່ວນຂອງ ໂຊລັກ ມີຊັບສິນສ່ວນຕົວຫຼາຍກວ່າ 1 ຕື້ປອນ.