ອາດສະພອນຮັບຮອງໃຫ້ 6 ບ້ານເປັນບ້ານວັດທະນະທຳໃໝ່

174

ກ່ອນທີ່ຈະໄດ້ໃສ່ນາມວ່າບ້ານວັດທະນະທຳ ແມ່ນຕ້ອງໄດ້ຄົບມາດຖານ ແລະ ສາມາດເປັນແບບຢ່າງໄດ້, ໃນວັນທີ 30 ທັນວາ2021, ຢູ່ທີ່ບ້ານ ດົງຄຳກວານ ເມືອງ ອາດສະພອນ ໄດ້ຈັດໃຫ້ມີພິທີປະ ກາດ 6 ບ້ານຄື: ບ້ານດົງຄຳ ກວານ, ບ້ານຊຽງອ້ວນ, ບ້ານຜັກ ກະດາ, ບ້ານນານ້ອຍ, ບ້ານກາງ ທ່າ ແລະ ບ້ານສົບເຊ ເປັນບ້ານວັດ ທະນະທຳໃໝ່

ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານນາງ ພອນ ທະວີ ລາດບໍວອນ ຮອງເຈົ້າເມືອງ ອາດສະພອນ, ທ່ານ ມຸງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທແຂວງສະຫວັນ ນະເຂດ, ມີຫົວໜ້າຫ້ອງການ ຖວທ ເມືອງ, ຫົວໜ້າຈຸດສຸມໂນນມີໄຊ, ມີບັນດາທ່ານຫົວໜ້າຫ້ອງການ-ຄະນະຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ, ເລຂາພັກບ້ານ-ນາຍບ້ານຕະຫຼອດຮອດພໍ່ແມ່ປະ ຊາຊົນເຂົ້າຮ່ວມ.

ທ່ານ ສົມພອນ ອ່ອນ ວິໄລ ເລຂາພັກບ້ານ-ນາຍບ້ານດົງ ຄຳກວານ ເຊິ່ງໄດ້ຕາງໜ້າໃຫ້ກັບ 6 ບ້ານດັ່ງກ່າວ ໄດ້ຂຶ້ນຜ່ານບົດ ສະຫຼຸບການຈັດຕັ້ງປະຕິບັດວຽກ ງານການກະກຽມສ້າງບ້ານວັດ ທະນະທຳໃນໄລະຍະທີ່ຜ່ານມາ ແລະວາງທິດທາງແຜນການໃນ ຕໍ່ໜ້າ, ໃນນີ້ ພາຍໃນ 6 ບ້ານ ດັ່ງກ່າວ ມີ 786 ຄອບຄົວທີ່ໄດ້ ຄົບຕາມມາດຕະຖານຂອງຄອບ ຄົວວັດທະນະທຳ.

.

ມາຮອດປະຈຸ ບັນ, ເມືອງອາດສະພອນ ສາມາດ ປະກາດເປັນບ້ານວັດທະນະທຳ ໄດ້ແລ້ວ 70 ບ້ານ, ເທົ່າ 100% ຂອງບ້ານທົ່ວເມືອງ ແລະມີຄອບ ຄົວວັດທະນະທຳທັງໝົດ 9.695 ຄອບຄົວ.
ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເຈົ້າເມືອງ ວ່າດ້ວຍການຮອງຮັບເອົາຄອບຄົວວັດທະນະທຳໃໝ່ ຈຳນວນ 786 ຄອບຄົວ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາບ້ານ ວັດທະນະທຳໃໝ່, ຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການຮັບ ຮອງເອົາໃບຢັ້ງຢືນຮັກສານາມ ມະຍົດຂອງບ້ານສາມັກຄີປອງ ດອງຈຳນວນ 6 ບ້ານດັ່ງກ່າວ ແລະຂໍ້ຕົກລົງວ່າດ້ວຍການຮັບ ຮອງເອົາ 4 ບ້ານເປັນບ້ານແບບ ຢ່າງປະຕິບັດກົດໝາຍຄື: ບ້ານ ແກ້ງຫີນ, ບ້ານສົບເຊ, ບ້ານວັງ ຫີນເຊ ແລະ ບ້ານຫ້ວຍຍາງ.