ຢວນດີຈີຕ໋ອນ ໄດ້ຮັບຄວາມນິຍົມເປັນວົງກວ້າງ

0
209

ສຳນັກຂ່າວຊິນຮວາລາຍງານວ່າ: ສະກຸນເງິນດີຈີຕ໋ອນຂອງຈີນ ຫຼື ຢວນດີຈີຕ໋ອນ (e-CNY) ໄດ້ເຂົ້າມາມີບົດບາດໃນການຈັບຈ່າຍໃຊ້ສອຍ ແລະ ສາມາດດຶງດູດໃຫ້ຊາວຈີນຫັນມານຳໃຊ້ສະກຸນເງິນດັ່ງກ່າວເພີ່ມຂຶ້ນນັບມື້.

ທັງນີ້ ສປ ຈີນໄດ້ເປີດຕົວຢວນດີຈີຕ໋ອນໃນທ້າຍປີ 2019 ມາຮອດປັດຈຸບັນຢວນດີຈີຕ໋ອນສາມາດເຂົ້າເຖິງ 10 ເມືອງໃຫຍ່ ລວມທັງນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້ ແລະ ນະຄອນເຊິນເຈິ້ນ ໂດຍມີການນຳໃຊ້ຕັ້ງແຕ່ຊຳລະເງິນໃນຮ້ານອາຫານ ຕະຫຼອດຮອດການເຮັດທຸລະກຳໃນຕະຫຼາດຊື້-ຂາຍລ່ວງໜ້າ.

ທະນາຄານກາງຂອງ ສປ ຈີນ ເປີດເຜີຍວ່າ: ມາຮອດປັດຈຸບັນມີການເປີດກະເປົາເງິນສ່ວນຕົວຫຼາຍກວ່າ 140 ລ້ານກະເປົາ ແລະ ປະລິມານເຮັດທຸລະກຳລວມ 62 ພັນລ້ານຢວນ. ປັດຈຸບັນ ມີ 1,55 ລ້ານລາຍທີ່ສະໜັບສະໜູນການເຮັດທຸລະກຳຜ່ານກະເປົາເງິນຢວນ ດີຈີຕ໋ອນ ເຊິ່ງຄອບຄຸມເຖິງດ້ານສາທາລະນຸປະໂພກ, ການບໍລິການຈັດງານລ້ຽງ-ສັງສັນ, ຄົມມະນາຄົມ, ການຈັບຈ່າຍໃຊ້ສອຍ ແລະ ກິດຈະກຳອື່ນໆຂອງພາກລັດ.

LEAVE A REPLY

Please enter your comment!
Please enter your name here