ປະສົບການທໍາອິດຂອງ ຊ້າງນ້ອຍ ເອັຟຊີ ໃນ AFC CUP ກຽມພົບກັບ ທີມອັນດັບ 3 ລີກກໍາປູເຈຍ

403

ຊ້າງນ້ອຍ ເອັຟຊີ ສະໂມສອນໃນລີກສູງສຸດຂອງ ສປປ ລາວ ກຽມພົບກັບ Visakha FC ທີມອັນດັບ 3 ໃນລີກສູງສຸດຂອງກໍາປູເຈຍ ລະດູການ 2021 ໃນການແຂ່ງຂັນບານເຕະ AFC CUP 2022 ຮອບເພລອ໊ອຟ ເພື່ອຫາທີມຊະນະເຂົ້າໄປຫຼິ້ນໃນຮອບແບ່ງກຸ່ມ.

ສໍາລັບ ຊ້າງນ້ອຍ ເອັຟຊີ ຈົບອັນດັບ 3 ໃນລີກສູງສຸດຂອງ ສປປ ລາວ ໃນລະດູການ 2020 ແລະ ເຂົ້າສູ່ລະດູການ 2021 ສ້າງຜົນງານໂດດເດັ່ນລົງສະໜາມ 2 ນັດຊະນະລວດ, ແຕ່ໜ້າເສຍດາຍການແຂ່ງຂັນຕ້ອງຖືກຍົກເລີກ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19, ສ່ວນສິດໃນການຄັດເລືອກແມ່ນ ເອັຟຊີ ຈັນທະບູລີ ແຊັມລາວລີກ 1 ປີ 2020 ພົບກັບ ຊ້າງນ້ອຍ ເອັຟຊີ ທີມອັນດັບ 3 ແຕ່ວ່າ ເອັຟຊີ ຈັນທະບູລີ ສະລະສິດ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ຄວ້າສິດໄປແຂ່ງຂັນ AFC CUP 2022 ຮອບເພລອ໊ອຟ ແລະ ເປັນຄັ້ງທໍາອິດທີ່ເຂົ້າຮ່ວມລາຍການນີ້.

ຫຼ້າສຸດ ຝ່າຍຈັດການແຂ່ງຂັນໄດ້ປະກາດຄູ່ແຂ່ງຂອງ ຊ້າງນ້ອຍ ເອັຟຊີ ໃນການແຂ່ງຂັນ AFC CUP 2022 ຮອບເພລອ໊ອຟ ປາກົດວ່າເປັນ Visakha FC ທີມອັນດັບ 3 ໃນລີກສູງສຸດຂອງກໍາປູເຈຍ ໃນລະດູການ 2021 ແລະ ເປັນແຊັມລາຍການ Hun Sen Cup 2021 ຂອງກໍາປູເຈຍ ອີກດ້ວຍ ເຊິ່ງຮອບເພລອ໊ອຟແມ່ນຈະແຂ່ງຂັນ 2 ນັດໃນບ້ານ ແລະ ນອກບ້ານ ເຊິ່ງກໍານົດແຂ່ງຂັນໃນເບື້ອງຕົ້ນເດືອນເມສາ 2022.

ໃນປະຫວັດສາດຂອງ AFC CUP ສະໂມສອນຈາກ ສປປ ລາວ ເຄີຍໄດ້ສິດເຂົ້າຮ່ວມແມ່ນ 5 ຄັ້ງເຊິ່ງທັງ 5 ຄັ້ງແມ່ນ ລາວໂຕໂຢຕ້າ ເອັຟຊີ ( ເອັຟຊີ ຈັນທະບູລີ ຊື່ໃນປັດຈຸບັນ ) ທີ່ເຄີຍເຂົ້າຮ່ວມທົງໝົດ ເຊິ່ງລົງແຂ່ງຂັນໃນລາຍການນີ້ໄປແລ້ວ 25 ນັດຊະນະ 1, ສະເໝີ 6 ແລະ ເສຍ 18 ນັດ, ສ່ວນປີ 2022 ກໍຝາກຄວາມຫວັງໄວ້ກັບ ຊ້າງນ້ອຍ ເອັຟຊີ ຈະໄດ້ລົງແຂ່ງຂັນເປັນຄັ້ງທໍາອິດ ແລະ ລຸ້ນເຂົ້າຮອບແບ່ງກຸ່ມເປັນຄັ້ງທໍາອິດອີກດ້ວຍ.
ຂ່າວ: ຫຼ້າ MKP; ຮູບຈາກ: Young Elephants F.C ” Xang noy “, Lao Premier League ແລະ ASEAN Football News