ເປີດການນຳໃຊ້ເສັ້ນທາງເບຕົງ ບ້ານຜັກຂະຫຍ່າ ເມືອງອາດສະພອນ

169

ໂອກາດທີ່ທ່ານ ສັນຕິພາບ ພົມວິຫານ  ເຈົ້າແຂວງສະຫວັນນະເຂດ ພ້ອມຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ໄດ້ລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຊຸກຍູ້ການຜະລິດລະດູແລ້ງ ແລະວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ເມືອງອາດສະພອນ ໃນຕອນເຊົ້າວັນ 4 ມັງກອນ 2022 ທ່ານພ້ອມຄະນະ ກໍໄດ້ໄປຮ່ວມພິທີເປີດການນຳໃຊ້ເສັ້ນທາງເບຕົງບ້ານຜັກຂະຫຍ່າ ເມືອງອາດສະພອນ, ໂດຍມີເຈົ້າຄະນະອົງການພຸດທະສາສະໜາສຳພັນລາວ ແຂວງສະຫວັນະເຂດ ເຂົ້າຮ່ວມ ເຊິ່ງໃນພິທີກໍໄດ້ມີພິທີທາງສາສະໜາ ຕາມຮີດຄອງປະເພນີອີກດ້ວຍ.


ທ່ານ ວົງໃຈ ໄຊຍະກຸມມານ ຜູ້ນຳພາລະດົມທຶນກໍ່ສ້າງເສັ້ນທາງເບຕົງດັ່ງກ່າວ ລາຍງານໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ກໍຄືການປະກອບສ່ວນສ້າງສາພັດທະນາພື້ນຖານໂຄງລ່າງຂອງເມືອງອາດສະພອນ ແລະກໍເປັນການສ້າງທາງເບຕົງຜ່ານບ້ານຂອງຕົນ ເພື່ອໃຫ້ມີຄວາມສະດວກສະບາຍໃນການສັນຈອນໄປມາ, ຕົນເອງກໍມີແນວຄວາມຄິດລະດົມນຳໝູ່ເພື່ອນ ແລະປະຊາຊົນບ້ານດຽວກັນທີ່ຍ້າຍໄປຢູ່ທ້ອງຖິ່ນອື່ນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງພາຍໃນບ້ານກໍມີກອງທຶນບ້ານ ທີ່ໄດ້ມາຈາກການທ້ອນໂຮມຂອງປະຊາຊົນ.

ມາໃນວັນທີ 15 ກຸມພາ 2021 ພາຍໃຕ້ການມີສ່ວນຮ່ວມຂອງປະຊາຊົນພາຍໃນບ້ານ, ສົມທົບກັບການນຳພາຂອງຄະນະພັກເມືອງຕະຫຼອດຮອດຄອບຄົວນັກທຸລະກິດຜູ້ປະກອບການ ຈຶ່ງໄດ້ເປີດພິທີກໍ່ສ້າງທາງຢ່າງເປັນທາງການ ແລະ ເລີ່ມກໍ່ສ້າງໃນມື້ນັ້ນເປັນຕົ້ນມາ, ດ້ານແຮງງານແມ່ນການປະກອບສ່ວນຂອງພໍ່ແມ່ປະຊາຊົນບ້ານຜັກຂະຫຍ່າ ພ້ອມພາກັນເຮັດຈົນສຳເລັດ ໂດຍໃຊ້ເວລາ ລວມ 45 ວັນ ເຊິ່ງມີລວງຍາວ 800 ແມັດ ກ້ວາງ 5 ແມັດ ລວມມູນຄ່າການກໍ່ສ້າງ 476 ລ້ານ 8ແສນກ່ວາກີບ ພ້ອມໄດ້ຕິດຕັ້ງດອກໄຟແສງຕາເວັນ ເຍືອງທາງ ຈຳນວນ 60 ດອກ, ສ່ວນວຽກຖົມຂ້າງທາງທັງສອງຂ້າງ ແລະ ວາງທໍ່ຊີມັງເຂົ້າຮ່ອມເຮືອນແຕ່ລະຈຸດ ແມ່ນທຶນຂອງປະຊາຊົນພາຍໃນບ້ານກຸ້ມຕົນເອງ.


ໃນພິທີກໍໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍຂອງທ່ານເຈົ້າເມືອງ ໃຫ້ແກ່ຜູ້ປະກອບສ່ວນທັງວັດຖຸ ແລະ ເຫື່ອແຮງ ໃນການສ້າງເບຕົງ ບ້ານຜັກຂະຫຍ່າ ຄັ້ງນີ້ອີດ້ວຍ. ແລະທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ກໍໄດ້ຮ່ວມກັບທ່ານເຈົ້າເມືອງອາດສະພອນ ເປີດປ້າຍການນຳໃຊ້ເສັ້ນທາງເບຕົງບ້ານຜັກຂະຫຍ່າ ຢ່າງເປັນທາງການ ພ້ອມນັ້ນກໍໄດ້ລັ່ນຄ້ອງ 9 ບາດ ແລະ ຍ່າງເບິ່ງເສັ້ນທາງທີ່ກໍ່ສ້າງສຳເລັດ.


ໃນເວລາຕໍ່ມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມເບິ່ງການບູລະນະສ້ອມແປງເສັ້ນທາງລະຫວ່າງບ້ານກຸດແຄນ ຫາ ບ້ານໄຊໂພນສິມ ລວງຍາວ 6 ກິໂລແມັດ ມູນຄ່າ 90 ລ້ານກີບ ແລະ ສືບຕໍ່ຖົມດິນແດງຈໍານວນ 900 ລົດ ໃນມູນຄ່າ 120 ລ້ານກີບ ໂດຍແມ່ນທຶນປຸກລະດົມທາງສາສະໜາ ຂອງພຣະອາຈານ ປອ ຈັນດາ ເຄນສັກດາ ຮອງເຈົ້າຄະນະອົງການພຸດທະສາສະໜາສຳພັນລາວ ແຂວງສະຫວັນະເຂດ.