ສປປ ລາວ ໄດ້ຮັບຢາວັກຊີນ ແອສ໌ຕຣາເຊເນກາ ຈາກສອັງກິດ ຈໍານວນ 321.760 ໂດສ

135

ຕອນແລງ ວັນທີ 5 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບ ວັກຊີນກັນພະຍາດໂຄວິດ 19 ຍີ່ຫໍ້ ແອສ໌ຕຣາເຊເນກາ ຈາກສະຫະຣາຊອານາຈັກອັງກິດ ຈໍານວນ 321.760 ໂດສ ເຊິ່ງວັກຊີນເຫຼົ່ານີ້ ໄດ້ເຂົ້າມາລາວດ້ວຍການຂົນສົ່ງທາງບົກໂດຍຜ່ານປະເທດໄທ.


ກ່າວມອບໂດຍ ທ່ານ ແຄລໂຊ ກຣີຊັ້ນ, ອຸປະທູດ ຂອງສະຖານທູດອັງກິດ ປະຈໍາ ສປປ ລາວ, ແລະກ່າວຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍ ຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ສະຖານທູດອັງກິດ ເຂົ້າຮ່ວມ.


ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ຍິນດີທີ່ໄດ້ຮັບວັກຊິນຊຸດໃໝ່ນີ້ ແລະ ຂໍຂອບໃຈມາຍັງລັດຖະບານແຫ່ງສະຫະລາຊອານາຈັກອັງກິດ ຕໍ່ການປະກອບສ່ວນອັນສໍາຄັນໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນຢາງ ໃຫ່ຍຫລວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວໄດ້ສືບຕໍ່ເຈກຢາຍວັກຊີນ ໂດຍສະເພາະໃນໄລຍະນີ້ ທີ່ທາງປະເທດລາວ ພວມໃຫ້ການບໍລິການວັກຊີນເຂັ້ມທີສາມໃຫ້ແກ່ປະຊາຊົນ.


ທ່ານ ແຄສໂຊ ກຣີຊັນ ໄດ້ກ່າວວ່າ ການບໍລິຈາກວັກຊີນ ໃນຄັ້ງນີ້ແມ່ນເປັນການສືບຕໍ່ຊ່ວຍເຫຼືອ ເພື່ອໃຫ້ຕໍ່ເນື່ອງຈາກການມອບວັກຊິນ ແອສຕາເຊເນກາ ຈໍານວນ 415.000ໂດສ ໃນເທື່ອທໍາອິດ ກ່ອນໜ້ານີ້ຂອງພວກເຮົາ ໃນເດືອນສິງຫາ 2021 : ລວມທັງໝົດ ສອງຄັ້ງ ເປັນຈໍານວນ 736.760 ໂດສ, ພວກເຮົາຮູ້ດີວ່າວັກຊີນເຫຼົ່ານີ້ໄດ້ມາຮອດມາເຖິງ ໃນເວລາທີ່ສໍາຄັນສໍາລັບກະຊວງສາທາລະນະສຸກ, ຍ້ອນທາງກະຊວງເອງແມ່ນເລີ່ມຕົ້ນ ໃຫ້ບໍລິການສັກວັກຊິນເຂັ້ມທີ 3 ຫຼື ເປັນເຂັມກະຕຸ້ນ ໃຫ້ແກ່ບຸກຄົນທີ່ໄດ້ຮັບຄົບຕາມຈໍານວນ ໃນເບື້ອງຕົ້ນເປັນທີ່ຮຽບຮ້ອຍແລ້ວ. ພະນະທ່ານ ປ.ອ. ດຣ. ບຸນແຝງ ,ພູມມະໄລສິດ, ລັດຖະມົນຕີກະຊວງສາທາ ລະນະສຸກ, ບັນດາພະນັກງານລັດຖະກອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທີ່ມີສ່ວນຮ່ວມໃນການໃຫ້ບໍລິການສັກວັກຊີນໃນທົ່ວປະເທດລາວ ໄດ້ປະຕິບັດໜ້າທີ່ ເຊິ່ງເປັນຜົນງານດີເດັ່ນ, ໃນໄລຍະເວລາບທີ່ມີຄວາມທ້າທາຍຫຼາຍສໍາລັບທຸກໆຄົນຢູ່ໃນທົ່ວໂລກ.


ການຈັດສົ່ງວັກຊີນຊຸດໃຫມ່ເຫຼົ່ານີ້ ຈະປະກອບສ່ວນເຂົ້າໃນການເພີ່ມທະວີການສ້າງພູມຄຸ້ມກັນຂອງປະຊາຊົນລາວໂດຍລວມຢ່າງແນ່ນອນ, ເຊິ່ງຈະເສີມສ້າງຄວາມເຂັ້ມແຂງໃຫ້ກັບຂີດຄວາມສາມາດໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ພ້ອມທັງສືບຕໍ່ແຜນຍຸດທະສາດໃນການກະກຽມຄວາມພ້ອມຂອງການເປີດປະເທດຄືນໃຫມ່ ທີ່ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 1 ມັງກອນ ທີ່ຜ່ານມານີ້ ເຊິ່ງໄດ້ມີການຕ້ອນຮັບບັນດານັກທ່ອງທ່ຽວຕ່າງປະເທດເປັນຊຸດທໍາອິດສູ່ປະເທດລາວ.

ທີ່ມາ:Lao National Radio