ໄອເດຍດີ ລອງປູກເບິ່ງດອກບານສວາຍ 170 ສີ ຂາຍອອນລາຍ ລາຍໄດ້ດີ, ປູກງ່າຍອີກ

263

ນໍາເລື່ອງລາວດີໆຈາກປະເທດເພື່ອນບ້ານ ໄທ ເຜີຍເລື່ອງຂອງ ສາວຊະລະບຸລີ ຈົບ ປ.ໂທ “ປູກ-ຂະຫຍາຍພັນ ຄຸນນາຍຕື່ນສວາຍ ຫຼື ດອກບານສວາຍ, ຕົ້ນດອກ 12 ໂມງ 170 ສີ ຂາຍອອນໄລ ສ້າງລາຍໄດ້ສຸດປັງ”

ບອກເລີຍວ່າດອກໄມ້ຄຸນນາຍຕື່ນສວາຍ ເປັນຕົ້ນດອກໄມ້ປະດັບທີ່ມີຄວາມພິເສດເປັນຢ່າງຍິ່ງ ໃນເລື່ຶອງຂອງດອກທີ່ມີສີສັນສວຍງາມ ແລະຖ້າຖືກແສງແດດຕ້ອງໃສ່ ແຮງເຮັດໃຫ້ເຫັນສີສົດໃສຍິ່ງຂຶ້ນ ຄຸນນາຍຕື່ນສວາຍ ຖືເປັນພັນໄມ້ທີ່ປູກ ແລະຂະຫຍາຍພັນໄດ້ງ່າຍ ພຽງແຕ່ດິນທີ່ປູກເປັນດິນທີ່ລະບາຍນໍ້າໄດ້ດີ ມັນຈະເຮັດໃຫ້ຮາກບໍ່ເນົ່າ ແລະຂະຫຍາຍກິ່ງກ້ານຕໍ່ໄປເລື້ອຍໆ ຫລາຍປີທີ່ຜ່ານມາ ຄຸນນາຍຕື່ນສວາຍໄດ້ຮັບຄວາມນິຍົມຈາກຜູ້ຄົນທີ່ມັກຮັກໃນດອກໄມ້ທີ່ສີສົດ ໄດ້ມີການຂະຫຍາຍພັນເພື່ອຈຳຫນ່າຍ ຈົນສາມາດສ້າງລາຍໄດ້ເປັນຈຳນວນຫລາຍ

ປຸນນິສາ ຈຸລະສີຣິືວັດນະວົງ ຢູ່ເຮືອນເລກທີ່ 69/4 ຫນ່ວຍ 1 ບ້ານ ນາເຣິກ ເມືອງພະນັສນິຄົມ ຈັງຫວັດຊະລະບຸລີ ດີກຣີປະລິນຍາໂທ ນາດທະສິນໄທ ຈາກຈຸລາລົງກອນມະຫາວິທະຍາໄລ ໄດ້ມີຄວາມມັກຮັກໃນດອກໄມ້ປະດັບຫລາຍຊະນິດ ເຊິ່ງຄຸນນາຍຕື່ນສວາຍເປັນອີກຫນຶ່ງສາຍພັນໄມ້ ທີ່ສາມາດສ້າງລາຍໄດ້ໃຫ້ລາວ ໂດຍມີການນຳສາຍພັນຄຸນນາຍຕື່ນສວາຍທັງໃຫ້ໄທ ແລະ ຕ່າງປະເທດເຂົ້າມາປູກຢູ່ສະເຫມີ ຈຶ່ງເຮັດໃຫ້ເກີດຄວາມຮັກ ແລະມັກທີ່ໄດ້ເຮັດມັນ ຈົນສາມາດເກີດເປັນອາຊີບ ແລະສ້າງລາຍໄດ້ໃຫ້ກັບລາວຢ່າງຫມັ້ນຄົງ ແລະຢັ້ງຢືນ

ປຸນນິສາ ກ່າວວ່າກ່ອນຈະມີສວນດອກໄມ້ ໄມ້ປະດັບໃນມື້ນີ້ໄດ້ເຮັດວຽກປະຈໍາ ເປັນຜູ້ຈັດການຮ້ານສະປາຢູ່ໃນກຣຸງເທບມະຫານະຄອນ ໂດຍໃນຊວງນັ້ນມີຄວາມມັກຮັກການປູກບົວດິນເປັນຢ່າງຍິ່ງ ຈຶ່ງໄດ້ຫາສາຍພັນມາປູກລ້ຽງຢູ່ຊັ້ນດາດຟ້າຂອງຫໍພັກ ແລະ ສ້າງຕະຫລາດຈຳຫນ່າຍໂດຍເນັ້ນຊ່ອງທາງອອນໄລ ຊ່ວຍໃຫ້ເກີດຖານລູກຄ້າສະສົມຫລາຍຂຶ້ນມາເລື້ອຍໆ

ຫລັງຈາກນັ້ນມີເຫດຕ້ອງຍ້າຍກັບໄປຢູ່ບ້ານທີ່ຕ່າງແຂວງຢ່າງຖາວອນ ຈຶ່ງເປັນຈຸດເລີ່ມຕົ້ນໃຫ້ໄດ້ມີການປູກຄຸນນາຍຕື່ນສວາຍ ສ້າງລາຍໄດ້ຈົນມາຮອດປະຈຸບັນ ສຳຫລັບລາຄາຈຳຫນ່າຍກິ່ງງ່າຄຸນນາຍຕື່ນສວາຍໃນສວນທຸກສາຍພັນ ແລະ ໄມ້ດອກທຸກສີສັນ ລາຄາຈຳຫນ່າຍກິ່ງລະ 2 ບາດ ໂດຍລູກຄ້າສ່ວນໃຫຍ່ຈະມັກຕົ້ນໄມ້ທີ່ມີດອກສີສົດ ແລະ ດອກທີ່ມີລວດລາຍແປກ ເຊິ່ງລູກຄ້າສ່ວນໃຫຍ່ຈະສັ່ງຊື້ຜ່ານທາງເພຈ໌ ທີ່ສ້າງໄວ້ສຳຫລັບຈຳຫນ່າຍທາງອອນໄລ

“ປະຈຸບັນຕ້ອງບອກເລີຍວ່າ ການສ້າງຕະຫລາດອອນໄລ ສາມາດສ້າງສິນຄ້າໄດ້ແທ້ ຍ້ອນຕັ້ງແຕ່ທີ່ເຮັດມາຫລາຍກວ່າ 5 ປີ ເຮົາກໍຍັງສາມາດຂາຍໄດ້ຢູ່ເລື້ອຍໆ ໂດຍລະບົບຂົນສົ່ງທີ່ທັນສະໄຫມການສື່ສານທີ່ດີ ເຮັດໃຫ້ລູກຄ້າສາມາດເຫັນເຮົາໂພຣດຢູ່ເລື່ອຍໆ ຍ້ອນເຮົາເຮັດໄມ້ທີ່ມີຄຸນນະພາບ ລູກຄ້າຈຶ່ງມີຄວາມເຊື່ອຫມັ້ນ ກໍມີລູກຄ້າກັບມາຊື້ຊໍ້າເປັນປະຈຳ ເພາະສະນັ້ນການໄດ້ເຮັດສິ່ງທີ່ຕົນເອງຮັກ ແລະ ສ້າງສິ່ງນັ້ນອອກມາດີ ລາຍໄດ້ທີ່ເຮົາໄດ້ກໍມີຄວາມຢັ້ງຢືນ ແລະ ມີຄວາມສຸກໄປພ້ອມໆກັນ.

ຖືເປັນອີກໄອເດຍ ໃຜມກຮັກດອກໄມ້ລອງປູກແລ້ວຂາຍເບິ່ງເດີ້

ຮຽບຮຽງ: ເສດຖະກິດການຄ້າ