ຂ່າວດີ! ສຳລັບຜູ້ກຳລັງຫາວຽກ, ຕ່າງແຂວງມີເງິນຈ້າງຄ່າລົດໃຫ້ພ້ອມ

297

ນີ້ເປັນຂ່າວດີສຳລັບໃຜທີ່ຍັງວ່າງງານ ແລະ ຕ້ອງການສ້າງລາຍໄດ້ໃຫ້ຕົນເອງ ຕອນນີ້ທາງ ບໍລິສັດ ບໍລິສັດ ຕຣີມາກສ໌ ຈຳກັດ ຕ້ອງການພະນັກງານຫຍິບ ຈຳນວນ 700 ຄົນ. ຢ່າພາດໂອກາດໃຜທີ່ຍັງຫາຊ່ອງທາງໃຫ້ກັບຕົນເອງ.

ສຳລັບຄ່າແຮງຂັ້ນຕ່ຳ 1.100.000ກີບ ບໍລິສັດ ຈະປັບຂື້ນເປັນ 1.200.000 ກີບ ແລະ ເງິນໂອທີກໍ່ຈະຂື້ນຕາມຄ່າແຮງຂັ້ນຕ່ຳ ໂອທີສູງສຸດເລີກ 20:00 ໂມງ(ວັນຈັນ-ວັນພະຫັດ) ວັນສຸກ-ວັນເສົາ ເລີກ 17:00 ໂມງ, ວັນອາທິດພັກຜ່ອນ, ໂອທີຊົ່ວໂມງລະ 7.933 ກີບ, 1 ເດືອນ ຈະໄດ້ໂອທີ 45 ຊົ່ວໂມງ ເປັນເງິນ 389.423 ກີບ ແລະ ລວມເງິນ 1.200.000+389.423=1.589.423 ກີບ ແລະ ຍັງມີລາຍໄດ້ອື່ນໆອີກ.

ພ້ອມນີ້, ບໍລິສັດ ຈ່າຍເບ້ຍຂະຫຍັນເພີ່ມຂື້ນ ຈາກ 200.000 ກີບ ເປັນ 250.000
ກີບ, ຈ່າຍເງິນຄ່າອາຫານໃຫ້ກັບພະນັກງານ 180.000/ເດືອນ+ເຂົ້າໜຽວຮ້ອນໆ ທຸກມື້ ມື້ລະ 3 ຄາບ ເຊົ້າ, ສວາຍ, ແລງ ແລະ ວັນຢຸດ ພະນັກງານທີ່ນອນຢູ່ຫໍພັກ ຫຼືບ້ານໃກ້ໂຮງງານ ບໍລິສັດ
ກໍ່ຈ່າຍເຂົ້າໜຽວໃຫ້ພະນັກງານ ຟຣິີ, ມູນຄ່າເຂົ້າໜຽວ 260,000/ເດືອນ ແລະ ມີເງິນຜົນຜະລິດ 500.000 – 1.000.000 ກີບ/ເດືອນ

ເທົ່ານັ້ນຍັງບໍ່ພໍ, ທາງບໍລິສັດຍັງມີຄ່າເດີນທາງໃຫ້ກັບພະນັກງານທີ່ເດີນທາງມາແຕ່ຕ່າງ
ແຂວງ 150.000 ກີບ, ສຳລັບພະນັກງານເກົ່າທີ່ເຄີຍຫຍິບງານຢູ່ບໍລິສັດເຮົາອອກໄປແລ້ວກັບມາ
ທາງບໍລິສັດເຮົາມີເງິນລາງວັນໃຫ້ 300.000 ກີບ/ຄົນ, ສໍາລັບຄົນໃໝ່ຫຍິບງານເປັນມາແລ້ວມີເງິນລາງວັນໃຫ້ 300.000 ກີບ/ ຄົນ ຮັບໄປເລີຍໃນມື້ທີ່ມາເລີ່ມງານ ແລະ ຖ້າໃຜແນະນຳຄົນຫຍິບເປັນມາບໍລິສັດ ມີເງິນລາງວັນ 300.000 ກີບ.

ທາງບໍລິສັດ ຕຣີມາກສ໌ ຈຳກັດ ຍັງມີສະຫວັດດີການອີກຫຼາກຫຼາຍເຊັ່ນ: ມີທຶນການສຶກສາ ໃຫ້ກັບພະນັກງານ ທຶນລະ 1.000 ບາດ ຈຳນວນ 2 ທຶນ, ມີຫໍພັກສະອາດຟຣີ, ມີລົດຮັບສົ່ງໃຫ້ກັບພະນັກງານຟຣີ (ບໍລິສັດ ຈະເພີ່ມເສັ້ນທາງ ໃຫ້ກັບພະນັກງານຫຼາຍຂື້ນ), ມີເສື້ອຟອມໃຫ້ກັບພະນັກງານຄົນລະ 4 ຜືນ, ມີເງິນຊ່ວຍເຫຼືອໃຫ້ກັບພະນັກງານທີ່ແຕ່ງງານ ມີການປັບມູນຄ່າຫຼາຍຂື້ນ,ມີເງິນຊ່ວຍເຫຼືອ ໃຫ້ກັບພະນັກງານທີ່ເສຍຊິວິດ ເຊັ່ນ: ພໍ່ແມ່ ລູກ ຜົວ ຫຼືເມຍ ມີການປັບມູນຄ່າຫຼາຍຂື້ນ
ມີອຸປະກອນທີ່ໃຊ້ໃນການເຮັດວຽກພະນັກງານຫຍິບເຊັ່ນ:ມີດຕັດ,ແປງທຳຄວາມສະອາດຈັກ, ແໜບ, ຜ້າປິດປາກ-ດັງ, ກະຕຸກນ້ຳ+ຖົງຜ້າໃຫ້ຟຣີ. ທ່ານໃດສົນໃຈ ຕິດຕໍ່ໄດ້ທັນທີເບີ +85620 5890 0033, 020 2815 6195, 021 21 2089)