ພົບຜູ້ເຊື້ອໂຄວິດໃໝ່ 836 ຄົນ, ນະຄອນຫຼວງວຽງຈັນ 394 ຄົນ, ເສຍຊີວິດໃໝ່ 6 ຄົນ

166

ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 05 ມັງກອນ ປີ 2022 ຈາກກະຊວງສາທາລະນະສຸກລາຍງານວ່າ ມາຮອດ ວັນທີ 4 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.140 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 836 ຄົນ (ຕິດເຊື້ອພາຍໃນ ມີ 835ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 835 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງວຽງຈັນ 394 ຄົນ, ເຊກອງ 63 ຄົນ, ວຽງຈັນ 47 ຄົນ, ອຸດົມໄຊ 46 ຄົນ, ບໍ່ແກ້ວ 41 ຄົນ, ຫົວພັນ 35 ຄົນ, ໄຊຍະບູລີ 28 ຄົນ, ບໍລິຄຳໄຊ 26 ຄົນ

ຫຼວງພະບາງ 25 ຄົນ, ຫຼວງນ້ຳທາ 23 ຄົນ ຊຽງຂວາງ 22 ຄົນ, ໄຊສົມບູນ 20 ຄົນ, ຜົ້ງສາລີ 17 ຄົນ, ຄຳມ່ວນ 13 ຄົນ, ຈຳປາສັກ 9 ຄົນ, ສາລະວັນ 9 ຄົນ, ອັດຕະປື 9 ຄົນ, ສະຫວັນນະເຂດ 8 ຄົນ
ສ່ວນກໍລະນີນຳເຂົ້າ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 114.787 ກໍລະນີ, ອອກໂຮງໝໍວານນີ້ 914 ຄົນ ແລະ ກຳລັງປິ່ນປົວ 8.236 ຄົນ ແລະ ເສຍຊີວິດສະສົມທັງໝົດ 409 ຄົນ (ເສຍຊີວິດໃໝ່ 6 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 12 ຄົນ ຈາກ ນະຄອນຫຼວງ 4 ຄົນ, ບໍ່ແກ້ວ 1 ຄົນ ແລະ ອຸດົມໄຊ 1 ຄົນ.