ອອກມາແລ້ວ! ກໍານົດຄ່າຫໍພັກໃນ ມຊ ສົກ 2021-2022

288

ປັດຈຸບັນຫຼາຍໆສະຖາບັນການສຶກສາ ທະຍອຍອອກແຈ້ງການສຳລັບວຽກງານການສຶກສາ, ເລີ່ມມີການເປີດລົງທະບຽນຮຽນ, ຮັບນັກສຶກສາເຂົ້າຫໍພັກ ແລະ ຫຼ້າສຸດທາງມະຫາວິທະຍາໄລ ແຫ່ງຊາດ ກໍ່ໄດ້ອອກຂໍ້ຕົກລົງວ່າດ້ວຍການກຳນົດຄ່າທຳນຽມຫໍພັກ ມຊແລ້ວ.

ຫ້ອງການຄຸ້ມຄອງຫໍພັກ ມຊ ກໍຄືມະຫາວິທະຍາໄລແຫ່ງຊາດ ໄດ້ອອກຂໍ້ຕົກລົງເລກທີ 003/ມຊ ລົງວັນທີ 4 ມັງກອນ 2022 ວ່າດ້ວຍການກຳນົດຄ່າຫ້ອງນອນຂອງຫໍພັກ

ເຊິ່ງວ່າສຳລັບນັກສຶກສາລາວ ຫໍພັກ ວິທະຍາເຂດ ( ຫ້ອງພັດລົມ) ຄ່າເຊົ່າຫໍພັກແມ່ນຢູ່ທີ່ 250.000 ກີບ/ຄົນ/ປີ, ພ້ອມດ້ວຍຄ່າເຮັດບັດຫໍພັກ 10.000 ກີບ/ຄົນ/ປີ ແລະ ຄ່າມັດຈໍາ 15.000 ກີບ

ສຳລັບນັກສຶກສາຕ່າງປະເທດ (ຫໍພັກຊີເກມ) ຄ່າເຊົ່າຫໍພັກແມ່ນ 1.500.000 ກີບ/ຄົນ/ປີ (ຫ້ອງພັດລົມ) ພ້ອມນີ້ຍັງມີ ລາຄາ 800.000 ກີບ/ເດືອນ( ຫ້ອງແອ) ແລະ ຄ່າເຮັດບັດຫໍພັກ 10.000 ກີບ/ຄົນ/ປີ ແລະ ຄ່າມັດຈຳແມ່ນ 100.000 ກີບ

ສຳລັບນັກສຶກສາລາວ ຫໍພັກຊີເກມ( ຫ້ອງພັດລົມ) ຄ່າເຊົ່າຫໍພັກແມ່ນ 840.000 ກີບ/ຄົນ/ປີ, ຄ່າເຮັດບັດຫໍພັກ 10.000 ກີບ/ຄົນ/ປີ ແລະ ຄ່າມັດຈຳ 30.000 ກີບ

ສຳລັບນັກສຶກາລາວ ແລະ ຕ່າງປະເທດມາພັກເຊົາໃນໄລຍະສັ້ນ( ຫໍພັກຊີເກມ) ລາຄາແມ່ນຢູ່ທີ່ 200.000 ກີບ/ຄົນ/ເດືອນ( ຫ້ອງພັດລົມ), ຄ່າເຮັດບັດຫໍພັກ 10.000 ຄົນ, ຄ່າມັດຈຳ 30.000 ກີບ/ນັກສຶກສາລາວ ແລະ ຄ່າມັດຈຳ 100.000 ກີບ/ນັກສຶກສາຕ່າງປະເທດ.

ນອກຈາກນີ້, ທາງຫໍພັກຍັງມີຫ້ອງພັກສຳລັບແຂກທີ່ຕ້ອງການມາພັກໃນໄລຍະສັ້ນ (ປະກອບດ້ວຍ ຕຶກ B, A8) ເຊິ່ງວ່າລາຍລະອຽດມີດັ່ງນີ້: ຫ້ອງນອນ 4 ຕຽງ VIP ລາຄາ 70.000 ກີບ/ຄືນ, ຫ້ອງນອນ 3 ຕຽງ VIP ລາຄາ 80.000 ກີບ/ຄືນ, ຫ້ອງນອນ 2 ຕຽງ VIP ລາຄາ 90.000 ກີບ/ຄືນ ແລະ ຫ້ອງນອນຕຽງດ່ຽວ ຫຼື 1 ຕຽງນອນ VIP ແມ່ນ 100.000 ກີບ/ຄືນ.

.