ອີ-ສະປອດລາວ ມີລາຍການແໜ້ນໜາໃນປີ 2022 ໂດຍສະເພາະ ຊີເກມ ຄັ້ງທີ 31

265

ວົງການກີລາ ອີ-ສະປອດ ມີລາຍການແໜ້ນໜາໃນປີນີ້ ແລະ ນັກກີລາລາວ ມີໂອກາດຮ່ວມແຂ່ງຂັນຫຼາຍລາຍການທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກນັບແຕ່ປີ 2020 ມີຫຼາຍລາຍການຕ້ອງເລື່ອນແຂ່ງຂັນ ເພາະໄດ້ຮັບຜົນກະທົບຈາກ ໂຄວິດ-19 ໂດຍສະເພະາ ຊີເກມ ຄັ້ງທີ 31 ທີ່ປະຫວຽດນາມ ກໍຄືແຜນໃຫຍ່.

ທ່ານ ໂຈນາທານ ສີຣິສັກດາ ປະທານສະຫະພັນກີລາ ອີ-ສະປອດແຫ່ງຊາດລາວ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າ ເມື່ອບໍ່ດົນມານີ້ວ່າ: ດັ່ງທີ່ຮູ້ໃນປີ 2020 ສປປ ລາວ ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ເຮັດໃຫ້ລາຍການຕ່າງໆຕ້ອງຢຸດສະງັກ. ຢ່າງໃດກໍຕາມ ກີລາອີ-ສະປອດ ພາຍໃນລາວເຮົາ ກໍຍັງມີຄວາມໂຊກດີທີ່ທາງເຈົ້າຂອງເກມກີລາອີ-ສະປອດ ຢາກຊຸກຍູ້ເລື່ອງງົບປະມານສໍາລັບ ການກຽມຕົວຝຶກຊ້ອມ ແລະ ການເດີນທາງເຂົ້າຮ່ວມແຂ່ງຂັນ ໂດຍສະເພາະແມ່ນການກຽມຕົວເຂົ້າຮ່ວມຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ທີ່ເລື່ອນແຂ່ງຂັນ ແລະ ລາຍພາຍລະດັບພາກພື້ນແລະສາກົນອີກຫຼາຍໆລາຍການຕ້ອງຢຸດສະງັກ ເຮັດໃຫ້ໃນປີ 2022 ທັງລາຍການພາຍໃນ ແລະ ການແຂ່ງຂັນລາຍການຊີແຊັມລະດັບພາກພື້ນຖືວ່າແໜ້ນໜາ.

“ ຢ່າງໃດກໍຕາມ, ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກໂຄວິດ-19 ພວກເຮົາກໍໃຫ້ຄວາມສໍາພັນກັບການພັດທະນາພື້ນຖານໂຄ່ງລ່າງບໍ່ວ່າຈະເປັນການພັດທະນານັກກີລາ ແລະ ຄູຝຶກ ລວມເຖິງກໍາມະການໃນຕະຫຼອດໄລຍະທີ່ຜ່ານມາ ໂດຍກໍໄດ້ຮັບການສະໜັບສະໜູນຈາກຫຼາຍໆພາກສ່ວນທັງພາຍໃນ ແລະ ສາກົນ ເພື່ອສ້າງສາຍອາຊີບໃຫ້ກັບນັກກີລາອີ-ສະປອດ, ແນ່ນອນໃນປີ 2022 ຈະເປັນອີກປີທີ່ສໍາຄັນຈະພັກດັນນັກກີລາອີ-ສະປອດລາວ ກ້າວສູ່ສາກົນ ແລະ ກາຍເປັນທີ່ຮູ້ຈັກ. ສໍາລັບ ນັກກີລາອີ-ສະປອດລາວ ທີ່ໄດ້ກາຍເປັນນັກກີລາຊີບ ໃນປັດຈຸບັນແມ່ນຢູ່ໃນສະໂມສອນປະເທດໄທ ຫຼາຍພໍສົມຄວນ ໂດຍສະເພາະແມ່ນນັກກີລາເກມ DOTA ແລະ Moblie Legend ທີ່ຫຼິ້ນໄດ້ດີໃຈລະດັບໂລກ ເຮັດໃຫ້ມີຄ່າຕົວສູງ ແນ່ນອນພວກເຮົາຈະສືບຕໍ່ພັກດັນໃຫ້ນັກກີລາລາວ ກ້າວສູ່ອາຊີບອີກ ແລະ ເມື່ອປະສົບຜົນສໍາເລັດແລ້ວກໍຈະກັບມາເປັນຄູຝຶກ ເພື່ອສືບຕໍ່ພັດທະນານັກກີລາໜຸ່ມນ້ອຍ ສປປ ລາວ ຕໍ່ໄປ ” ອີ-ສະປອດແຫ່ງຊາດລາວ ກ່າວ.

ທ່ານກ່າວອີກວ່າ: ສໍາລັບ ການແຂ່ງຂັນປີ 2021 ສະຫະພັນກີລາອີ-ສະປອດແຫ່ງຊາດລາວ ໄດ້ຈັດການແຂ່ງຂັນລາຍການ Laos National Championship 2021 ເຊິ່ງເປັນການແຂ່ງຂັນຄັ້ງໃຫຍ່ທີ່ສຸດທີ່ເຄີຍມີມາໃນ ສປປ ລາວ, ແຕ່ດ້ວຍການໄດ້ຮັບຜົນກະທົບຈາກ ໂຄວິດ-19 ທາງ ສະຫະພັນຂອງພວກເຮົາ ຈິ່ງໄດ້ຈັດແຂ່ງຂັນແບບອອນລາຍ ແລະ ມີນັກກີລາເຂົ້າຮ່ວມແຂ່ງຂັນຈໍານວນ 1.500 ຄົນ ໃນ 9 ປະເພດເກມ ສາມາດປະສົບ ເຊິ່ງມີຄວາມທ້າທາຍຫຼາຍ, ແຕ່ພວກເຮົາສາມາດຜ່ານມາ ແລະ ປະສົບຜົນສໍາເລັດສູງ ລວມເຖິງສາມາດຮຽນຮູ້ໄດ້ຫຼາຍໆຢ່າງ ແນ່ນອນຈະເປັນປະສົບການໃນການຈັດແຂ່ງຂັນຄັ້ງຕໍ່ໄປໃນລາຍການພາຍໃນ ແລະ ສາກົນ ທີ່ສໍາຄັນພວກເຮົາສາມາດຄັດເລືອກນັກກີລາຈໍານວນໜຶ່ງ ເຂົ້າຮ່ວມທີມຊາດລາວ ກຽມໄປແຂ່ງຂັນລາຍການລະດັບພາກພື້ນ ແລະ ສາກົນ ໂດຍສະເພາະ ຊີເກມ ຄັ້ງທີ 31 ທີ່ຈະຈັດຂຶ້ນໃນປີ 2022 ທີ່ປະເທດຫວຽດນາມ.

ສໍາລັບ ການແຂ່ງຂັນກີລາອີ-ສະປອດ ພາຍໃນ ສປປ ລາວ ລາຍການທີ່ຍິ່ງໃຫຍ່ທີ່ສຸດແມ່ນ Laos National Championship 2021 ໂດຍມີເຖິງ 9 ປະເພດເກມ ແລະ ແຊັມຂອງແຕ່ລະປະເພດເກມໃນປີ 2021 ມີດັ່ງນີ້:
1. ແຊັມປະເພດເກມ Mobile Legend: Team Evo
2. ແຊັມປະເພດເກມ Arena of Valor: Wawa Gaming
3. ແຊັມປະເພດເກມ LOL Wild Rift: Team Evo
4. ແຊັມປະເພດເກມ PUBG Mobile: Add Friend
5. ແຊັມປະເພດເກມ Freefire: Rosen

6. ແຊັມປະເພດເກມ League of legends: Yasuo Zero
7. ແຊັມປະເພດເກມ Valorant: Nine Esports
8. ແຊັມປະເພດເກມ Tekken7: Chabala
9. ແຊັມປະເພດເກມ E-football (PES): A’Toiy_LA
ຂ່າວ-ຮູບ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ