ລອງເຮັດເບິ່ງ ລົງທຶນບໍ່ຮອດ 10.000 ກີບ ກໍສາມາດເຮັດໃຫ້ພືດຜັກງາມໄດ້

255

ການປູກຜັກໃນຖັງ ຫຼື ໂຖ ເປັນທີ່ນິຍົມກັນຫຼາຍໃນການປູກ ໂດຍສະເພາະບ້ານເຮືອນທີ່ມີພື້ນທີ່ນ້ອຍ ເປັນການປູກໄວ້ຮັບປະທານໃນຄອບຄົວບໍ່ວ່າຈະເປັນ ໝາກເຜັດ, ໝາກເລັ່ນ, ໝາກເຂືອ ຫຼື ຜັກອື່ນໆ

ມື້ນີ້ເຮົາມີວິທີ ຫຼື ສູດໂດຍໃຊ້ງົບບໍ່ເກີນ 10.000 ກີບ ກໍສາມາປຸງແຕ່ງນໍ້າຢາບໍາລຸງພືດຜັກໃຫ້ງອກງາມໄດ້ ຕາມນີ້ໂດຍສິ່ງທີ່ຕ້ອງກຽມຄື


1 ກາເຟ 1 ຊອງ (ກາເຟຫຍັງກໍໄດ້)
2 ແປ້ງນົວ
3 ເກືອ
4 ນໍ້າຊາວເຂົ້າ, ນໍ້າລ້າງເຂົ້າກ່ອນຊິໝ່າ


ຂັ້ນຕອນການເຮັດ ເລີ່ມຈາການກຽມ ນໍ້າຊາວເຂົ້າປະມານ 3 ລິດ, ໃສ່ນົວລົງໄປ 1ບ່ວງແກງ ຈາກນັ້ນ ໃສ່ກາເຟ 1 ຊອງ

ຕໍ່ຈາກນັ້ນໃສ່ເກືອລົງໄປ້ອຍໜຶ່ງ ແລ້ວກໍຄົນເຂົ້າກັນະ ນໍາໄປປະສົມກັບນໍ້າ 10 ລິດ ແລ້ວໄປຫົດນໍ້າຕົ້ນໄມ້ ພືດຜັກໄດ້ເລີຍ


ຊ່ວງເວລາໃນການຫົວຈະເປັນຕອນເຊົ້າ ຫຼື ແລງກໍໄດ້ 7-10 ມື້ຕໍ່ຄັ້ງ

.

ຂໍ້ມູນຈາກ: r-sim100.com
ຮຽບຮຽງ ເສດຖະກິດການຄ້າ