ກຽມໂຕໃຫ້ພ້ອມ ສອບເສັງທົ່ວປະເທດ 22 ມັງກອນນີ້ ໃຜຈະເຂົ້າຮຽນຢູ່ສະຖານການສຶກສາ ສາທາລະນະສຸກ

206

ຖືເປັນຂ່າວດີຂອງການຄ່ອງຄອຍທີ່ຈະເຂົ້າຮຽນ ໂດຍສະເພາະໃຜທີ່ຕ້ອງການ ຫຼື ມີແຜນຈະຮຽນຢູ່ຂະແໜງ ສາທາລະນະສຸກ ຫຼື ແພດໝໍ ຫຼ້າສຸດທາງຫ້ອງການ ກະຊວງສາທາລະນະສຸກ ອອກແຈ້ງການໃນວັນທີ 4 ມັງກອນ 2022 ນີ້ເລື່ອງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ສະຖານການສຶກສາສາທາລະນະສຸກ ຢູ່ຕ່າງແຂວງໃນທົ່ວປະເທດໃນສົກປີ 2021-2022.


ອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຂະຫຍາຍໄປຢ່າງກ້ວາງຂວາງ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ສະຖານການສຶກສາ ສາທາລະນະສຸກຕ່າງແຂວງຕ້ອງໄດ້ເລື່ອນໄປ, ເພື່ອເຮັດໃຫ້ແຜນການກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນສາທາລະນະສຸກ ໃນສົກ 2021-2022 ໄດ້ຖືກຈັດຕັ້ງປະຕິບັດໄປຕາມແຜນທີ່ວາງໄວ້, ຫ້ອງການ ກະຊວງສາທາລະນະສຸກ ແຈ້ງການມາຍັງທ່ານເພື່ອໃຫ້ຈັດຕັ້ງປະຕິບັດການສອບເສັງເອົານັກສຶກສາເຂົ້າຮຽນຢູ່ສະຖານການສຶກສາສາທາລະນະສຸກ ຢູ່ຕ່າງແຂວງໃນທົ່ວປະເທດສົກປີ 2021-2022 ດັ່ງມີລາຍລະອຽດລຸ່ມນີ້:


1 ເລື່ອນມື້ສອບເສັງຈາກວັນທີ 11 ກັນຍາ 2021 ມາເປັນ ວັນທີ 22 ມັງກອນ 2022.
2 ວິຊາສອບເສັງມີ 4 ວິຊາ: ເຄມີສາດ, ຊີວະສາດ, ຄະນິດສາດ ແລະ ພາສາອັງກິດ.

.
3 ສູນສອບເສັງເຂົ້າຮຽນຢູ່ຕ່າງແຂວງມີ 8 ສູນຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ໂຮງຮຽນສາທາລະນະສຸກ ອຸດົມໄຊ, ຊຽງຂວາງ ແລະ ຄຳມ່ວນ, ໂຮງຮຽນພະຍາບານສາດເຕັກນິກແຂວງວຽງຈັນ ແລະ ສູນຝຶກອົບຮົມ ຮສຂ ແຂວງສາລະວັນ.


4 ໃຫ້ແຕ່ລະສູນສອບເສັງກະກຽມຄວາມພ້ອມຂອງສະຖານທີ່ສອບເສັງໂດຍໃຫ້ໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ.
5 ໃຫ້ສະຖານການສຶກສາ ສາທາລະນະສຸກຕ່າງແຂວງທີ່ຈະຈັດສອບເສັງແຈ້ງໃຫ້ນັກສອບເສັງທຸກຄົນຖືບັດເຂົ້າຫ້ອງເສັງ, ບັດຢັ້ງຢືນສັກຢາວັກຊິນປ້ອງກັນໂຄວິດ-19 ເພື່ອມາສະແດງຕໍ່ສູນສອບເສັງຂອງຕົນ, ຖ້າມີໃບຢັ້ງຢືນຜົນການກວດໂຄວິດ-19 ພາຍໃນ 2-3 ວັນກ່ອນມື້ສອບເສັງຍິ່ງເປັນການດີ ແລະ ໃສ່ຜ້າອັດປາກດັງ, ໃຊ້ເຈວ ຫຼື ເຫຼົ້າ 75 ລ້າງມື ກ່ອນເຂົ້າຫ້ອງສອບເສັງ.