ຜ້າຫົ່ມໜາໆ ສຳຄັນອາທິດນີ້ອາກາດຍັງເຢັນຫາໜາວເຢັນ

317

ສະພາບອາກາດອາທິດນີ້ ຍັງຈະເຢັນ ຫາ ໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອຸນຫະພູມຕ່ຳສຸດລະຫວ່າງ 7-9 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາດກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0001/ກອຕທ, ລົງວັນທີ 3 ມັງກອນ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 3 ຫາ 9 ມັງກອນ 2022 ວ່າ: ໃນໄລຍະໜຶ່ງອາທິດຕໍ່ໜ້າວັນທີ 3 ຫາ 9 ມັງກອນ 2022 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່.

ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກເລັກນ້ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.