ມາເລເຊຍ ຕັ້ງງົບ 335 ລ້ານກວ່າໂດລາ ຊ່ວຍເຫຼືອຜົນກະທົບຈາກໄພນ້ຳຖ້ວມ

0
202

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ທ່ານ ອິ​ສ​ມາ​ອີ​ລ ຊາບ​ຣີ ຢາ​ຄ໊ອບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ເປີດ​ເຜີຍ​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ຕັ້ງ​ງົບ​ປະ​ມານ ເພື່ອປະ​ຊາ​ຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນໍ້າຖ້​ວມ ເມື່ອ​ເດືອນ​ທັນ​ວາ 2021 ໃນ​ວົງ​ເງິນ 1,4 ພັນ​ລ້ານ​ຣິງ​ກິດ ຫຼື ປະ​ມານ 334,93 ລ້ານ​ໂດ​ລາ​ສະ​ຫະ​ລັດ, ນອກ​ຈາກ​ນີ້ ຍັງ​ຊ່ວຍ​ເຫຼືອ​ໃນ​ຮູບ​ແບ​ບອື່ນໆ​ແກ່​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຕື່ມ​ອີກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ກ່າວ​ວ່າ: ມາດ​ຕະ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ ຈະ​ມີ​ທັງ​ການ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ໂດຍ​ກົງ​ກັບ​ຄົວ​ເຮືອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜ້ອຍ 30.000 ຄົວ​ເຮືອນ, ຊ່ວຍ​ເຫຼືອ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ, ຊົດ​ເຊີຍ​ຄ່າ​ສາ​ທາ​ລະ​ນຸ​ປະ​ໂພກ ແລະ ຄ່າ​ສ້ອມ​ແປງ​ພາ​ຫະ​ນະ. ນອກ​ຈາກ​ນີ້ ຍັງ​ມີ​ກອງ​ທຶນ​ສຳ​ລັບ​ການ​ອະ​ນາ​ໄມ​ທຳ​ຄວາມ​ສະ​ອາດ ແລະ ຟື້ນ​ຟູຫຼັງ​ນ້ຳ​ຖ້ວມ ໂດຍ​ສະ​ເພາະ​ໃນ​​ແຂວງສະ​ລັງ​ງໍ ແລະ ປະ​ຫັງ ທີ່​ໄດ້​ຮັບ​ຜົນ​ກະ​ທົບຫຼາຍ​ທີ່​ສຸດ.

ທັງ​ນີ້ ເມື່ອ​ກາງ​ເດືອນ​ທັນ​ວາ ທີ່​ຜ່ານ​ມາ ມາ​ເລ​ເຊຍ​ໄດ້​ຖືກ​ນ້ຳ​ຖ້ວມຫຼາຍ​ແຂວງ ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ປະ​ມານ 70.000 ຄົນ​ຕ້ອງ​ອົບ​ພະ​ຍົກ​ໜີ​ນ້ຳ ແລະ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 48 ຄົນ​ໃນ 8 ແຂວງ​ທີ່​ຖືກ​ນ້ຳ​ຖ້ວມ.

LEAVE A REPLY

Please enter your comment!
Please enter your name here