ປີໃໝ່ແລ້ວ ລອງເຮັດ 5 ວິທີນີ້ເບິ່ງ ເພື່ອເປີດຮັບໂຊກເຂົ້າເຮືອນ

184

ເມື່ອເວົ້າຖິງເລື່ອງໂຊກລາບ, ດວງຕາຊາຂອງແຕ່ລະຄົນມັນບໍ່ຄືກັນ, ບາງຄົນເຮັດອັນໃດ, ຄ້າອັນໃດກໍ່ມີກຳໄລ ມີເງິນມີທອງໄຫຼຫຼັ່ງເຂົ້າມາ. ບາງຄົນ ຂະຫຍັນຫາ, ຊອກເຮັດນັ້ນ ເຮັດນີ້ແຕ່ການເງິນກໍ່ຍັງບໍ່ລາບລື່ນ.

ຈາກຈຸດນີ້ ຈຶ່ງເຮັດໃຫ້ຫຼາຍໆຄົນມີຄວາມເຊື່ອເລື່ອງດວງ ໂຊກລາບຕ່າງໆ ເຊິ່ງບາງຄົນ ກໍ່ມັກໄປເຮັດເສຍເຄາະຮັບໂຊກຮັບໄຊ ແລະ ອື່ນໆຕາມຄວາມເຊື່ອຂອງໃຜລາວ.

ຍິ່ງໃນສັງຄົມປັດຈຸບັນ, ເລື່ອງເງິນໆ ຄໍາໆ ເປັນເລື່ອງທີ່ໃຜໆກໍຕ້ອງການຢາກໄດ້, ຢາກມີຢ່າງແນ່ນອນ ແຕ່ເມື່ອຊ່ອງທາງຫາເງິນບໍ່ຄ່ອງ ຫຼື ບູຮານເພິ່ນວ່າ ດວງບໍ່ຂຶ້ນແດ່ກໍ່ໄດ້ມາຢ່າງລຳບາກ. ສະນັ້ນ, ມື້ນີ້ ເຮົາລອງປະຕິບັດຕາມ ຄວາມເຊື່ອໄປຂອງຄົນບູຮານລອງເບິ່ງ ໃນການເອິ້ນເງິນ, ຄຳເຂົ້າເຮືອນລອງເບິ່ງ ບໍ່ແນ່ອາດເຮັດໃຫ້ການເງິນລາບລື່ນກໍ່ເປັນໄດ້ ເຊິ່ງນີ້ເປັນຄວາມເຊື່ອຂອງບຸກຄົນເທົ່ານັ້ນເດີ້!

1 ເຂົ້າສານ ຮ່ວງຈຸ້ຍເຮືອນຄົວ ຕາມຄວາມເຊື່ອຈະຕ້ອງໃຫ້ມີ ເຂົ້າສານເຕັມຖັງ ຢ່າໃຫ້ຂາດ ເພາະເຊື່ອວ່າເຈົ້າຂອງເຮືອນ ແລະ ຄົນພາຍໃນເຮືອນຈະມີຢູ່ມີກິນແບບບໍ່ຕິດຂັດ, ມີເງິນໃຊ້ຈ່າຍເກັບທ້ອນເຕັມຖົງເຕັມໄຖ່ແບບເຂົ້າສານໃນກະຖັງ.

2 ໄຂ່ໄກ່ ປຽບຄືກັບທອງຄໍາ ການວາງໄຂ່ໄກ່ 8 ໜ່ວຍ ໃສ່ກະຕ່າເອົາໄວ້ໃນເຮືອນຄົວ ແມ່ນຄືກັບການມີຄໍາໄວ້ໃນເຮືອນ ຈະຊ່ວຍເສີມດວງທາງດ້ານການເງິນ ເຮັດໃຫ້ເຈົ້າຂອງເຮືອນຮັ່ງມີ

3 ຈານ ຊ່ວຍເສີມໂຊກ ໂດຍສະເພາະຈານສີຂາວທີ່ເປັນມົນໆ ຈະເປັນຕົວແທນຂອງຮາກຖານທີ່ອຸດົມສົມບູນ ຈະຊ່ວຍໃຫ້ຄົນພາຍໃນເຮືອນນັ້ນມີການເງິນທີ່ໝັ້ນຄົງ

4 ເຕົາໄຟ ເຕົາໄຟ ກໍເປັນອີກສິ່ງໜຶ່ງ ຕົວແທນຂອງຄວາມໂຊກລາບຂອງຄົນໃນຄອບຄົວ ດັ່ງນັ້ນ ຈຶ່ງຕ້ອງຕັ້ງເຕົາໄຟໄວ້ຕິດກັບກໍາແພງໜາເດີ້ ເພາະຖ້າຕັ້ງໄວ້ກາງເຮືອນຄົວ ຈະເຮັດໃຫ້ຂາດພະລັງ ຂາດໂຊກ ແລະ ການເງິນກໍຈະມີບັນຫາ.

.

5 ຕໍາແໜງ່ເຮືອນຄົວ ທີ່ຕັ້ງຂອງຂອງເຮືອນຄົວເປັນສິ່ງສໍາຄັນ ເພາະບໍ່ຄວນຕັ້ງເຮືອນຄົວຢູ່ໜ້າເຮືອນ ຫຼື ກາງເຮືອນ ເພາະມັນຈະເຮັດໃຫ້ເງິນຄໍາໄຫຼອອກໄດ້ງ່າຍ ໂຊກລາບກໍບໍ່ເຂົ້າຫາອີກ.