ວັກຊິນໄຟເຊີ ໂດຍການຊ່ວຍເຫຼືອຈາກລັດຖະບານ ສະຫະລັດມາຮອດລາວອີກເກືອບ 8 ແສນໂດສ

197

ວັກຊີນປ້ອງກັນພະຍາດໂຄວິດ-19 Pfizer ຈໍານວນ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາ ໄດ້ມາຮອດ ສປປ ລາວ ແລ້ວ ການຈັດສົ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ ອຸປະທູດ ສະຫະລັດອາເມລິກາ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.


ວັກຊິນຊຸດນີ້ໄດ້ມາຮອດສະໜາມບິນສາກົນວັດໄຕໃນຕອນແລງຂອງວັນທີ 2 ມັງກອນ 2022 ເຊິ່ງວັກຊີນ Pfizer BioNTech ເເມ່ນໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດ ໂຄວິດ-19 ທຳອິດທີ່ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດປະຊາຊົນລາວ ແລະ ຊ່ວຍປ້ອງກັນການເເຜ່ລະບາດຂອງ ສາຍພັນໃໝ່ຂອງພະຍາດທີ່ ອັນຕະລາຍກວ່າເກົ່າ.


ວັກຊີນຈຳນວນດັ່ງກ່າວເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊິນຄັ້ງລ້າ​ສຸດຈາກ ສະຫະລັດອາເມລິກາ ໃຫ້ເເກ່ ສປປ ລາວ, ໂດຍຈຳນວນທັ້ງໝົດຂອງວັກຊີນທັ້ງສອງຊຸດແມ່ນ 1.698.840 ໂດສ໌ ເເລະ ຄາດວ່າວັກຊິນຊຸດທີ່ສອງ, ເຊີ່ງປະກອບມີຈໍານວນ 899.730 ໂດສ໌ ນັ້ນ, ແມ່ນຈະມາຮອດ ສປປ ລາວ ໃນກາງເດືອນມັງກອນ 2022. ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບຕໍ່ຈາກການຊ່ວຍເຫຼືອວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ໌ ໂດຍສະຫະລັດອາເມລິກາ ໃນວັນທີ 19 ກໍລະກົດ 2021 ທີ່ຜ່ານມາ.


ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະນຳໃຊ້ກັບກຸ່ມເປົ້າໝາຍໂດຍອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ, ເຊີ່ງປະກອບມີີດັ່ງນີ້: ກຸ່ມຄົນອາຍຸ 12 ຫາ 17 ປີ ເເລະ ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ ເເລະ ເເມ່ຍິງຖືພາ.


ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ຈະຊ່ວຍ ສປປ ລາວ ໃຫ້ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ໄດ້ 80 ເປີເຊັນຂອງປະຊາກອນພາຍໃນທ້າຍປີ 2022, ແລະ ຈະປະກອບສ່ວນເຂົ້າໃນພາລະກິດຂອງ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນທົ່ວໂລກຢ່າງເທົ່າທຽມກັນ ໃນໄລຍະການລະບາດຂອງພະຍາດດັ່ງກ່າວ.