ບົດສະຫຼຸບ AFF SUZUKI CUP ໄທຍິງ 18 ປະຕູກ້າວສູ່ແຊ້ມ-ດາວຍິງສູງສຸດ-ນັກເຕະດີເດັ່ນ (ຄລິບ)

359

ສໍາເລັດໄປເປັນທີ່ຮຽບຮ້ອຍສໍາລັບການແຂ່ງຂັນບານເຕະ AFF SUZUKI CUP 2020 ປິດສາກຢ່າງເປັນທາງການໃນວັນທີ 1 ມັງກອນ 2022 ປາກົດວ່າ: ທີມຊາດໄທ ຄວ້າແຊັມລາຍການດັ່ງກ່າວໄດ້ສູງສຸດເປັນສະໄໝທີ 6 ຫຼັງໃນນັດຊີງຊະນະເລີດນັດທີ 2 ສະເໝີ ອິນໂດເນເຊຍ 2-2 ເຮັດໃຫັ ລວມຜົນ 2 ນັດທີມຊາດໄທ ເອົາຊະນະໄປ 6-2 ( ນັດທໍາອິດຊະນະ 4-0 ແລະ ນັດທີ 2 ສະເໝີ 2-2 )

ສໍາລັບ ທີມຊາດໄທ ສ້າງຜົນງານໂດດເດັ່ນຍິງເຖິງ 18 ປະຕູໃນ AFF SUZUKI CUP 2020 ເບິ່ງຄລິບລຸ່ມນີ້:

ສ່ວນບົດສະຫຼຸບ AFF SUZUKI CUP 2020
-ແຊ້ມ: ທີມຊາດໄທ
-ຮອງແຊັມ: ອິນໂດເນເຊຍ
-ດາວຍິງສູງສຸດ: ຊະນາທິບ ສົງກະສິນ ຫົວໜ້າທີມຊາດໄທ ແລະ ທີຣະສິນ ແດງດາ ກອງໜ້າທີມຊາດໄທ ຍິງໄດ້ 4 ປະຕູເທົ່າກັນ

-ນັກເຕະດີເດັ່ນ: ຊະນາທິບ ສົງກະສິນ ຫົວໜ້າທີມຊາດໄທ
-ນັກເຕະດາວເດັ່ນດີເດັ່ນ Pratama Arhan ຈາກທີມຊາດອິນໂດເນເຊຍ
-ທີມດີເດັ່ນ: ທີມຊາດອິນໂດເນເຊຍ

ຂອບໃຈຮູບຈາກ: changsuek ແລະ AFF SUZUKI CUP