ອັບເດດໃໝ່! ເພີ່ມ 14 ປະເທດອະຍຸຍາດໃຫ້ເຂົ້າມາທ່ອງທ່ຽວລາວ

190

ຄືທີ່ຮູ້ນຳກັນດີແລ້ວວ່າ ນັບແຕ່ວັນທີ 1 ມັງກອນ 2022 ນີ້ເປັນຕົ້ນໄປ ບັນດາປະເທດທີ່ຢູ່ໃນບັນຊີລາຍຊື່ທີ່ຄະນະສະເພາະກິດຄັດເລືອກແລ້ວນັ້ນແມ່ນສາມາດເດີນທາງເຂົ້າມາທ່ອງທ່ຽວຢູ່ປະເທດເຮົາໃນເຂດທ່ອງທ່ຽວສີຂຽວໄດ້ ແລ້ວຫຼ້າສຸດ ຄະນະຮັບຜິດຊອບໄດ້ເພີ່ມລາຍຊື່ອີກ 14 ປະເທດໃສ່ 17 ປະເທດທີ່ໄດ້ປະກາດໄປກ່ອນໜ້ານີ້ລວແລ້ວເປັນ 31 ປະເທດທີ່ສາມາດເຂົ້າປະເທດເຮົາໃນໄລຍະທີ1.

ສຳລັບ 14 ປະເທດທີ່ເພີ່ມເຂົ້າມາໃໝ່ນີ້ປະກອບດ້ວຍ ບຣູໄນ, ອິນໂນເນເຊຍ, ຟີລິບປີນ, ນອກແວ, ຊູແອັດ, ແຟງລັງ, ອິດສະເອນ, ເອກລັງ, ຮົງກາລີ, ໂອຕຣິດ, ນີວຊີແລນ, ໂປໂລຍ, ດານມາກ ແລະເບັນຊິກ.

ສຳລັບກຸ່ມນັກທ່ອງທ່ຽວເປົ້າໝາຍທີ່ກຳນົດກ່ອນໜ້ານີ້ປະກອບດ້ວຍ 17 ປະເທດ ຄື: ສປ ຈີນ, ສ.ສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ. ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ,ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕາລີ.

ບັນດາປະເທດເຫຼົ່ານີ້ແມ່ນສາມາດມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽນຂອງລາວໄດ້ ໄລຍະທີ 1 ທີ່ເລີ່ມ 1 ມັງກອນ 2022 ນີ້ເປັນຕົ້ນໄປ ໂດຍມີ 3 ເຂດທ່ອງທ່ຽວຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆ ຂອງເເຂວງ ຫຼວງພະບາງ ແລະ ເມືອງ ວັງວຽງ ແຂວງ ວຽງຈັນ.

ແຕ່ໃນນັ້ນ ເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວຕ້ອງປະຕິບັດຕາມເງື່ອນໄຂ 4 ຂໍ້ນີ້:
1. ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການ ຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ. ຫ້າມບໍ່ໃຫ້ນຳເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;

2. ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT- PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 01 ວັນ ຫຼື 24ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້;


3. ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອບ LaoStaySafe ເພື່ອ
ລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊີນຄົບໂດສ ແລະ ການກວດກາໂຄວິດກ່ອນ 72 ຊົ່ວໂມງ
ເຂົ້າມາທ່ອງທ່ຽວສປປ ລາວ;
4. ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 50.000 ໂດລາ.