ກະຊວງ ອຄ ສົມທົບພາກສ່ວນກ່ຽວຂ້ອງສູນກາງ ແລະ ແຂວງ ລົງແກ້ໄຂສະພາບຫຍຸ້ງຍາກຂອງການສົ່ງອອກສິນຄ້າ ໄປ ສປ ຈີນ

280

ໃນລະຫວ່າງວັນທີ 26-27 ທັນວາ 2021 ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມຄະນະກໍາມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ໂດຍໄດ້ຮັບມອບໝາຍຈາກລັດຖະບານ ໄດ້ສົມທົບກັບກະຊວງກ່ຽວຂ້ອງ ແລະ ແຂວງຫຼວງນ້ຳທາ ຮີບຮ້ອນລົງແກ້ໄຂສະພາບຫຍຸ້ງຍາກຂອງການສົ່ງອອກສິນຄ້າ ໄປ ສ.ປ ຈີນ ທີ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ.

ຄະນະສູນກາງນຳໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ບັນດາທ່ານຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ ເຊັ່ນ: ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍພະແນກການກ່ຽວຂ້ອງຂອງແຂວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ພາກທຸລະກິດ ກໍໄດ້ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ເຂົ້າໃຈເປັນເອກະພາບກັນຕື່ມ ໃນວົງກວ້າງ ລະຫວ່າງພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາໃນການສົ່ງອອກສິນຄ້າໄປ ສ.ປ ຈີນ ຊຶ່ງມີຈໍານວນ 04 ບັນຫາຕົ້ນຕໍ ຄືດັ່ງນີ້: 1) ບັນຫາລົດຕິດຢູ່ດ່ານບໍ່ເຕັນ; 2) ຄວາມຄືບໜ້າຂອງການເຈລະຈານໍາຝ່າຍຈີນ ກ່ຽວກັບບັນດາລາຍການພືດກະສິກໍາ ທີ່ສາມາດສົ່ງອອກໄປ ສ.ປ ຈີນ; 3) ຂັ້ນຕອນການແຈ້ງ ແລະ ກວດປ່ອຍສິນຄ້າ ຢູ່ດ່ານບໍ່ເຕັນ ແລະ ສະຖານີລົດໄຟນາເຕີຍ; ແລະ 4) ການບໍລິການແຈ້ງພາສີ ແລະ ຄ່ຽນຖ່າຍສິນຄ້າ ລວມທັງເກັບຄ່າທໍານຽມ ແລະ ບໍລິການ ຢູ່ສາງຄ່ຽນຖ່າຍສິນຄ້າຢູ່ດ່ານສາກົນບໍ່ເຕັນ.

ໃນວັນທີ 26 ທັນວາ 2021 ທ່ານ ສົມແພງ ໄຊສົມແພງ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຈາກ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ທີ່ໄດ້ລົງຢ້ຽມຢາມຢູ່ ດ່ານສາກົນ ບໍ່ເຕັນ ເພື່ອເບິ່ງສະພາບຕົວຈິງ ແລະ ທ່ານ ເຈົ້າແຂວງຫຼວງນໍ້າທາ ໄດ້ລາຍງານວ່າ: “ພາຍຫຼັງເກີດມີການລະບາດ ພະຍາດໂຄວິດ-19 ທາງຝ່າຍ ສ.ປ ຈີນ ໄດ້ເພີ່ມມາດຕະການເຂັ້ມງວດ ນັບແຕ່ ວັນທີ 25 ຕຸລາ 2021 ຝ່າຍ ສ.ປ ຈີນ ໄດ້ປິດດ່ານສາກົນບໍ່ເຕັນ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ລົດຂົນສົ່ງສິນຄ້າບໍ່ສາມາດເຂົ້າໄປເບື້ອງ ຈີນ ໄດ້. ຕໍ່ກັບສະພາບດັ່ງກ່າວ ຄະນະພັກແຂວງໄດ້ມີຄວາມພະຍາຍາມປະສານງານ ແລະ ເຈລະຈາຕໍ່ລອງກັບຝ່າຍ ຈີນ ໂດຍຜ່ານກອງປະຊຸມກັບ ອົງການປົກຄອງແຂວງ ກັບ ສິບສອງພັນນາ ແລະ ຄະນະສະເພາະກິດຂັ້ນແຂວງ ກັບ ຄະນະສະເພາະກິດເມືອງຫຼ້າ ສ.ປ ຈີນ ຫຼາຍຄັ້ງ. ໃນວັນທີ 05 ພະຈິກ 2021, ຈຶ່ງໄດ້ຕົກລົງເຫັນດີ ທົດລອງເປີດດ່ານຄືນໃໝ່ ໂດຍເລັ່ງໃສ່ແກ້ໄຂສະເພາະລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າອອກໄດ້ ຍົກເວັ້ນຄົນຈີນ ທີ່ຈະກັບປະເທດເທົ່ານັ້ນ”

ພາຍຫຼັງການລົງເບິ່ງສະພາບຕົວຈິງ ແລະ ເກັບກຳຂໍ້ມູນ ຢູ່ບັນດາຈຸດສຳຄັນຕ່າງໆຂອງດ່ານບໍ່ເຕັນ ເຊັ່ນ: ສະຖານີລົດໄຟບໍ່ເຕັນ (ຈຸດແຈ້ງສິນຄ້າ), ຊ່ອງທາງດ່ວນສົ່ງອອກ, ສາງພັກສິນຄ້າຂອງ ບໍລິສັດ LICD ແລະ ບໍລິສັດ LS ແລະ ເບິ່ງການດຳເນີນການປ່ຽນຖ່າຍຄົນຂັບລົດສິນຄ້າ ຢູ່ຈຸດແລກປ່ຽນຄົນຂັບລົດ ເພື່ອຜ່ານດ່ານ ລາວ ແລະ ຈີນ ໃນວັນທີ 26 ທັນວາ 2021. ໃນວັນທີ 27 ທັນວາ 2021 ໄດ້ຈັດກອງປະຊຸມເພື່ອປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ເປັນເອກະພາບໃນແນວທາງແກ້ໄຂ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນ້ຳທາ.

ໃນທີ່ປະຊຸມ ທ່ານຫົວໜ້າດ່ານສາກົນບໍ່ເຕັນ ໄດ້ລາຍງານວ່າ: “ນັບແຕ່ເກີດບັນຫາ ມາຮອດປະຈຸບັນ ທາງແຂວງກໍໄດ້ສະເໜີກັບຝ່າຍຈີນ ໂດຍໄດ້ຈັດກອງປະຊຸມທາງໄກ ກັບຄະນະສະເພາະກິດເມືອງຫຼ້າ ໃນຄັ້ງວັນທີ 8 ທັນວາ 2021 ລະຫວ່າງຄະນະນຳ 5 ແຂວງພາກເໜືອຂອງລາວ ໃນການຫຼຸດຜ່ອນການກວດກາ ແລະ ໄລຍະເວລາລົງ. ໃນວັນທີ 23 ທັນວາ 2021 ແຂວງ ໄດ້ຮັບການແຈ້ງຄືນຢ່າງບໍ່ເປັນທາງການວ່າ ຝ່າຍຈີນໄດ້ຕົກລົງແກ້ໄຂບາງບັນຫາໂດຍສະເພາະ ການຮັບເອົາລົດອອກໄປຈີນບໍ່ໃຫ້ຫຼຸດ 400ຄັນ/ວັນ ແລະ ການສີດຢາຂ້າເຊື້ອກໍໃຫ້ໄວກວ່າເກົ່າໃຫ້ໄດ້ 3 ນາທີ/ຄັນ ແຕ່ໃນຕົວຈິງແມ່ນປະຕິບັດບໍ່ທັນໄດ້ ຍ້ອນຂັ້ນຕອນຕ່າງໆແມ່ນເຮັດດ້ວຍຄົນ, ການຂະຫຍາຍເວລາ ແລະ ການເພີ່ມຄົນຂັບລົດຊຸດຂາວ ຝ່າຍຈີນກໍວ່າໄດ້ເພີ່ມແລ້ວ ”.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ກ່າວວ່າ: “ສຳລັບການແກ້ໄຂກໍເຫັນໄດ້ວ່າ ຂະແໜງການທີ່ກ່ຽວຂ້ອງ ຂອງຝ່າຍລາວ ໄດ້ມີຄວາມພະຍາຍາມສູງ ໃນການເຈລະຈາກັບຝ່າຍຈີນ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມທີ່ໄດ້ຈັດຕັ້ງປະຕິບັດ ໃນເບື້ອງຕົ້ນ. ຂ້າພະເຈົ້າ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນສືບຕໍ່ສົມທົບກັນ ເພື່ອຊອກຫາວິທີທາງແກ້ໄຂ ໃຫ້ສະພາບ ຫຍຸ້ງຍາກນີ້ ໄດ້ຫຼຸດຜ່ອນລົງເທື່ອລະກ້າວ”.

ທ່ານລັດຖະມົນຕີ ຍັງກ່າວຕື່ມວ່າ: “ເນື່ອງຈາກໃນເດືອນ ທັນວາ ປີ 2021 ຫາ ກາງປີ 2022 ແມ່ນໄລຍະເກັບກ່ຽວຜົນຜະລິດສິນຄ້າກະສິກໍາເພື່ອສົ່ງອອກ ແລະ ສົ່ງສິນຄ້າຕາມໂຄຕ້າປະຈຳປີ. ສະນັ້ນ, ໃນທີປະຊຸມ ໄດ້ເປັນເອກະພາບສຳລັບໄລຍະດັ່ງກ່າວ ສະເໜີວີທີທາງແກ້ໄຂ ດັ່ງນີ້:

1) ສະເໜີຄະນະ (ສະເພາະກິດ) ທີ່ຮັບຜິດຊອບແກ້ໄຂບັນຫາລົດອັ່ງອໍ ຢູ່ດ່ານບໍ່ເຕັນ ລະຫວ່າງ ລາວ ແລະ ສ.ປ ຈີນ, ຄະນະຮ່ວມມືລາວ-ຈີນ, ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ຂອບການຮ່ວມມືຕ່າງໆລະຫວ່າງ ສປປ ລາວ ແລະ ສ.ປ ຈີນ ສືບຕໍ່ເຈລະຈາຊອກຫາວິທີການແກ້ໄຂບັນຫາ ຢູ່ດ່ານບໍ່ເຕັນໂດຍໄວ ເປັນຕົ້ນ: ການເພີ່ມຄົນຂັບລົດເສື້ອຂາວ, ເພີ່ມການອະນຸຍາດໃຫ້ ລົດຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ມີຈຳນວນຫຼາຍຂຶ້ນກວ່າເກົ່າ ແລະ ການເພີ່ມເວລາເຮັດວຽກຂອງເຈົ້າໜ້າທີ່ຢູ່ດ່ານ.

2) ສະເໜີຂະແໜງການທີ່ກ່ຽວຂ້ອງ ທີ່ມີໜ່ວຍງານປະຈໍາດ່ານສາກົນ ໂດຍສະເພາະແມ່ນ ພາສີ ແລະ ກັກກັນພືດ-ສັດ ຮີບຮ້ອນກະກຽມບຸກຄະລາກອນ, ເຄື່ອງມືຮັບໃຊ້, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດກະສິກໍາ, ສັດ ແລະ ຜະລິດຕະພັນສັດ ຜ່ານທາງລົດໄຟ-ລາວຈີນ ໂດຍກໍານົດຂັ້ນຕອນການແຈ້ງ ແລະ ກວດປ່ອຍສິນຄ້າ ຢ່າງລະອຽດ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານການແຈ້ງ ແລະ ກວດປ່ອຍສິນຄ້າ ຢູ່ດ່ານທາງບົກຕ່າງໆ, ສະຖານີລົດໄຟນາເຕີຍ ແລະ ສະຖານີອື່ນໆທີ່ມີເງື່ອນໄຂ. ພ້ອມດຽວກັນ, ສະເໜີເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ສະຖານີລົດໄຟ ປະຕິບັດວຽກງານກວດປ່ອຍສິນຄ້າ ຂອງບັນດາບໍລິສັດທີ່ເຄື່ອນໄຫວຖືກຕ້ອງ ໃຫ້ມີຄວາມສະເໝີພາບກັນ.

3) ສໍາລັບການເກັບຄ່າທໍານຽມ ແລະ ບໍລິການ ໃນການແຈ້ງພາສີ ແລະ ສາງຄ່ຽນຖ່າຍ ຂອງບໍລິສັດ LS ແລະ ບໍລິສັດ LICD ນັ້ນສະເໜີເຮັດໃຫ້ມີຄວາມຈະແຈ້ງ, ໂປ່ງໃສຕໍ່ກັບຂັ້ນຕອນ ແລະ ອັດຕາຄ່າທໍານຽມ.

4) ສໍາລັບແຜນພັດທະນາໂຄງລ່າງພື້ນຖານ ແມ່ນສະເໜີບໍລິສັດທາງລົດໄຟລາວ-ຈີນ ຮີບຮ້ອນຂຶ້ນແຜນພັດທະນາໂຄງລ່າງພື້ນຖານ ຢູ່ສະຖານີລົດໄຟທີ່ເປັນຈຸດໃຈກາງຂອງພາກເໜືອ ເປັນຕົ້ນແມ່ນ ສະຖານີເມືອງໄຊ (ແຂວງອຸດົມໄຊ), ສະຖານີຫຼວງພະບາງ ແລະ ສະຖານີອື່ນໆທີ່ມີເງື່ອນໄຂ ເພື່ອໃຫ້ພາກລັດທີ່ກ່ຽວຂ້ອງ ປະເມີນ ແລະ ກະກຽມຄວາມພ້ອມຕ່າງໆ ຢູ່ສະຖານີດັ່ງກ່າວ ໂດຍໄວ. ການຄ່ຽນຖ່າຍສິນຄ້າຂຶ້ນລົດໄຟ ເປັນຕົ້ນການປະກອບເອກະສານ, ຂັ້ນຕອນການກວດປ່ອຍສິນຄ້າ ແມ່ນບໍ່ໃຫ້ມີຂັ້ນຕອນຫຼາຍ ເພື່ອໃຫ້ມີຄວາມວ່ອງໄວຂຶ້ນ”.

ກອງປະຊຸມໄດ້ເຫັນດີ ໃຫ້ກະຊວງທີ່ກ່ຽວຂ້ອງຄົ້ນຄວ້າ ເພື່ອເຈລະຈານໍາຝ່າຍຈີນ ກ່ຽວກັບການເປີດດ່ານ ປາງໄຮ (ເມືອງສິງ)-ຊ້າເຫີ (ເມືອງຫຼາ), ດ່ານສາກົນ ລານຕຸ້ຍ (ຜົ້ງສາລີ)-ເມືອງຄໍາ (ພູເອີ), ດ່ານທາງນໍ້າ (ນໍ້າຂອງ) 240, ດ່ານອື່ນໆ ຕາມການສະເໜີຂອງພາກທຸລະກິດ ແລະ ຊ່ອງທາງການຂົນສົ່ງສິນຄ້າສະເພາະ ຢູ່ດ່ານບໍ່ເຕັນ-ບໍ່ຫານ. ການລະດົມທຸລະກິດ, ຜູ້ປະກອບການຂົນສົ່ງ ໃຫ້ສາມາດຕອບສະໜອງ ລົດຂົນສົ່ງສິນຄ້າສົ່ງອອກຂອງລາວ ໃຫ້ພຽງພໍ ແລະ ໄດ້ມາດຕະຖານ ເພື່ອຊ່ວຍລະບາຍ ລົດອັ່ງອໍຢູ່ດ່ານສາກົນບໍ່ເຕັນ ຊຶ່ງໃນການເຈລະຈາ ກັບ ຝ່າຍຈີນ ແມ່ນຈະໄດ້ເຊີນເອົາ ສະພາການຄ້າ ແລະ ອຸດສາຫະກຳ ຂັ້ນສູນກາງ ແລະ ແຂວງ ແລະ ພາກທຸລະກິດ ເຂົ້າຮ່ວມນຳ. ສືບຕໍ່ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍ ແລະ ເຜີຍແຜ່ ກ່ຽວກັບລາຍການພືດສົ່ງອອກໄປ ສ.ປ ຈີນ ເປັນແຕ່ລະຊະນິດ (ທຸກໆໂຄງການ ການຮ່ວມມືກັບ ສ.ປ ຈີນ) ພາຍຫຼັງສໍາເລັດການລົງນາມອານຸສັນຍາການສົ່ງອອກພືດທີ່ໄດ້ຕົກລົງກັນ ລະຫວ່າງ ສປປ ລາວ ແລະ ສ.ປ ຈີນ ເພື່ອເປັນຂໍ້ມູນໃຫ້ບັນດາຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈປູກພືດເພື່ອສົ່ງອອກໄປ ສ.ປ ຈີນ.

ສຳລັບຜົນຂອງກອງປະຊຸມໃນຄັ້ງນີ້ ທາງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ຈະໄດ້ລາຍງານຕໍ່ລັດຖະບານ ເພື່ອຫາແນວທາງແກ້ໄຂໃຫ້ເໝາະສົມ ແລະ ທັນສະພາບການ.