ຄະນະສະເພາະກິດນະຄອນຫຼວງແຈ້ງ! ຫ້າມເດັດຂາດໃນມື້ບຸນປີໃໝ່ 2022 ທີ່ຈະມາເຖິງ

148

ອີກຍັງບໍ່ພໍເທົ່າໃດມື້ ກໍ່ຈະໝົດປີແລ້ວ ແລະ ຕ້ອນຮັບປີໃໝ່ ຄສ 2022 ແຕ່ວ່າອີງໃສ່ສະພາບການແຜ່ລະບາດຂອງໂຄວິດ 19 ໃນປັດຈຸບັນນີ້ ລາວເຮົາ ໂດຍສະເພາະທີ່ນະຄອນຫຼວງວຽງຈັນ ແມ່ນຍັງຢູ່ໃນສະພາບທີ່ບໍ່ດີເທົ່າທີ່ຄວນ ຍັງມີຕົວເລກຕິດເຊື້ອ, ເສຍຊີວິດສູງຖືວ່າຍັງບໍເປັນທີ່ໄວ້ວາງໃຈເທື່ອ.

ດັ່ງນັ້ນ, ກ່ຽວກັບການສະເຫຼີມສະຫຼອງປີໃໝ່ 2022 ທີ່ຈະມາເຖິງນີ້ ຫຼ້າສຸດທາງ ນະຄອນຫຼວງວຽງຈັນ ກໍ່ຄືຄະນະສະເພາະກິດແມ່ນອອກແຈ້ງການ ເລກທີ 45/ສພກ.ນວ ລົງວັນທີ 27 ທັນວາ 2021 ການເພີ່ມທະວີຄວາມຮັບຜິດຊອບ ຕິດຕາມກວດກາ ແລະ ປະຕິບັດມາດຕະການ ຕໍ່ຫົວຫນ່ວຍທຸລະກິດທີ່ລະເມີດມາດຕະການທີ່ຄະນະສະເພາະກິດ ກໍານົດອອກ ໃນໄລຍະກະກຽມຕ້ອນຮັບປີໃຫມ່ສາກົນ ຄສ2022 ທີ່ຈະມາເຖິງນີ້

ໂດຍແຈ້ງການລະບຸວ່າ: ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ19 ນະຄອນຫຼວງວຽງຈັນ ໄດ້ແຈ້ງມາຍັງບັນດາທ່ານ ໃຫ້ຍົກສູງຄວາມຮັບຜິດຊອບຫນ້າທີ່ການເມືອງ ໃນການເພີ່ມທະວີຄວາມເຂັ້ມງວດ ຕິດຕາມກວດກາ ແລະ ປະຕິບັດມາດຕະການທາງບໍລິຫານ ແລະ ສັງຄົມ ໃນໄລຍະກະກຽມຕ້ອນຮັບປີໃຫມ່ສາກົນ ຄສ 2022 ທີ່ຈະມາເຖິງນີ້ ຢ່າງເຂັ້ມງວດ

ຫ້າມບໍ່ໃຫ້ມີການສວຍໂອກາດ. ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ຢ່າງເດັດຂາດ, ຖ້າມີຫົວຫນ່ວຍໃດ ລະເມິດບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ກໍ່ຄືເປັນການ ລະເມີດເປີດບໍລິການຮ້ານກິນດື່ມ ແມ່ນໃຫ້ສັ່ງປິດກິດຈະການ, ຖອນໃບອະນຸຍາດ ແລະ ປັບໃໝ.

ໃຫ້ບັນດາອົງການປົກຄອງເມືອງ, ບ້ານ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນເຈົ້າການ ຕິດຕາມກວດກາ ຫ້າມບໍ່ໃຫ້ມີການຈັດກິດຈະກໍາເຕົ້າໂຮມຊຸມແຊວ ແລະ ການຈັດງານລ້ຽງສັງສັນ ທຸກຮູບແບບຢູ່ທຸກ ສະຖານທີ່ຢ່າງເດັດຂາດ.