ໜັກສຸດ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ 14 ກໍລະນີ, ຍອດເສຍຊີວິດສະສົມ 342 ກໍລະນີ

134

ຮອດປັດຈຸບັນວັນທີ 28 ຕຸລາ 2021 ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 107.740 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 342 ຄົນ (ເສຍຊີວິດໃໝ່ 14 ຄົນ).
ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່ 14 ຄົນ, ລາຍລະອຽດດັ່ງນີ້:
1 ເພດຍິງ, ອາຍຸ 31 ປີ ອາຊີບ: ແມ່ເຮືອນ, ບ້ານ ມັດຈົງໃຫຍ່, ເມືອງ ປາກແບ່ງ, ແຂວງ ອຸດົມໄຊ (ນັບເປັນຄົນເຈັບເສຍຊີວິດ ນະຄອນຫຼວງ) ພະຍາດປະຈຳໂຕ ໄຂ່ຫຼັງຊຸດໂຊມ, ເຄີຍເປັນວັນນະໂລກປອດ, ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ


2 ເພດຊາຍ, ອາຍຸ 72 ປີ, ບ້ານ ນໍ້າພ້າວ, ເມືອງ ວັງວຽງ, ແຂວງ ວຽງຈັນ (ນັບເຂົ້າເປັນຄົນເຈັບເສຍຊີວິດຂອງ ນະຄອນຫຼວງ) ພະຍາດປະຈຳໂຕ ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
3 ເພດຊາຍ, ອາຍຸ 72ປີ ບ້ານ ນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳໂຕ ຄວາມດັນເລືອດສູງ, ເບົາຫວານ ແລະ ເຄິຍເປັນວັນນະໂລກປອດ ສັກຢາວັກຊີນຄົບ Astra Zeneca


4 ເພດຍິງ, ອາຍຸ 81 ປີ, ບ້ານ ຜາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນພະຍາດປະຈຳໂຕ ບໍ່ມີຂໍ້ມູນ ສັກຢາວັກຊີນ 1 ເຂັມ J&J
5 ເພດຍິງ, ອາຍຸ 23 ປີ, ບ້ານວຽງແກ້ວ, ເມືອງວັງວຽງ, ແຂວງ ວຽງຈັນ (ນັບເປັນກໍລະນີນະຄອນຫຼວງວຽງຈັນ) ພະຍາດປະຈຳໂຕ: HIV positive
6 ເພດຍີງ 68 ປີ, ອາຊີບ ປະຊາຊົນ, ບ້ານປາງຄອນ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ພະຍາດປະຈຳໂຕ ອຳມະພາດ 4 ປີ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ


7 ເພດຍີງ 68 ປີ, ອາຊີບ ປະຊາຊາຊົນ, ບ້ານຫ້ວຍຊາຍຄຳ, ເມືອງປາກລາຍ, ໄຊຍະບູລີພະຍາດປະຈຳໂຕ ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ, ໄຂ່ຫລັງຊຸດໂຊມ
ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
8 ເພດຊາຍ 87 ປີ, ອາຊີບ ປະຊາຊົນ, ບ້ານຕາລານ, ເມືອງໄຊຍະບູລີ ພະຍາດປະຈຳໂຕ: ອຳມະພາດ 5 ປີ, ອັກເສບປອດຊຳເຮື້ອ, ໄຂ່ຫຼັງຊຸດໂຊມ, ຫອບຫືດ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ


9 ເພດຊາຍ, ອາຍຸ 40 ປີ, ອາຊີບ ປະຊາຊົນ, ບ້ານໂພນສະອາດ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ພະຍາດປະຈຳໂຕ ໄຂ່ຫຼັງຊຸດໂຊມຊຳເຮື້ອ ບໍ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ
10 ເພດຍິງ ອາຍຸ 114 ປີ, ບ້ານ ໃຫຍ່, ເມືອງໄຊຍະບູລີ, ແຂວງ ໄຊບະບູລີ ພະຍາດປະຈຳໂຕ ບໍ່ມີ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
11 ເພດຊາຍ ອາຍຸ 85 ປີ, ບ້ານ ນາເລົາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ປະດົງຂໍ່ ແລະ ຫົວໃຈຊຸດໂຊມ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ


12 ເພດຊາຍ, ອາຍຸ 67 ປີ, ບ້ານ ເນີນສະຫວ່າງ, ເມືອງ ນານ, ແຂວງ ຫຼວງພະບາງ (ແຕ່ມາປິ່ນປົວຢູ່ໂຮງໝໍແຂວງໄຊຍະບູລີ) ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ ໄດ້ສັກວັກຊີນ J & J
13 ເພດຊາຍ, ອາຍູ 43 ປີ, ອາຊີບ ພະນັກງານ, ບ້ານ ນາທອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ ບໍ່ມີພະຍາດປະຈຳໂຕໄດ້ສັກຢາວັກຊີນ 2 ເຂັມ (ຊີໂນຟາມ)
14 ອາຍຸ 75 ປີ, ອາຊີບ ປະຊາຊົນ, ບ້ານ ຜາລະແວກ, ເມືອງຮົ່ມ, ແຂວງໄຊສົມບູນພະຍາດປະຈໍາໂຕ ຄວາມດັນເລືອດສູງ, ເບົາຫວານ ແລະ ໄອຊຳເຮື້ອ
ບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ