ເລັ່ງຟື້ນຟູພື້ນທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ເພື່ອຈັດກິດຈະກຳທາງສັງຄົມ ແລະ ງານປະເພນີ ຄືນໃໝ່ ໃຫ້ທັນບຸນປີໃໝ່ລາວທີ່ຈະມາເຖິງ

199

ໃນຫຼາຍປີຜ່ານມາ ການຈັດງານຕົບພະທາດຊາຍ ຢູ່ດອນຊາຍມຸງຄຸນ ເຂດເມືອງຈອມເພັດ ແມ່ນພົົບຄວາມຫຍຸ້ງຍາກ ຍ້ອນພື້ນທີ່ຂອງດອນມີຈຳກັດ ເນື່ອງຈາກສະພາບແມ່ນ້ຳຂອງມີການປ່ຽນແປງ ຈຶ່ງເຮັດໃຫ້ດອນຊາຍມຸງຄຸນມີພື້ນທີ່ໜ້ອຍລົງ.


ທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງຈອມເພັດ ແຂວງຫຼວງພະບາງໄດ້ໃຫ້ສຳພາດວ່າ: ອົງການປົກຄອງແຂວງ ໄດ້ປະສານສົມທົບກັບຫຼາຍພາກສ່ວນ ໂດຍໄດ້ຮັບການຊ່ວຍເຫຼືອຈາກບໍລິສັດພັດທະນາເຂື່ອນໄຟຟ້ານ້ຳຂອງ ແຂວງຫຼວງພະບາງ ເພື່ອສ້າງດອນຊາຍມຸງຄຸນຄືນໃໝ່ ຄາດຄະເນຈະໃຫ້ສຳເລັດໃນຕົ້ນເດືອນ ເມສາປີໜ້າ ໃນເນື້ອທີ່ປະມານ 1 ເຮັກຕາ, ບາງຈຸດຈະມີຄວາມກວ້າງປະມານ 20 ແມັດ ແລະບາງຈຸດ ຈະມີຄວາມ ກວ້າງປະມານ 40-50 ແມັດ.

ພາຍຫຼັງສ້າງສຳເລັດ ອົງການປົກຄອງເມືອງ ຈະມອບໃຫ້ພາກສ່ວນທຸລະກິດເຂົ້າສຳປະທານ ແລະພັດທະນາພື້ນທີ່ ເພື່ອຈັດກິດຈະກຳທາງສັງຄົມ ໃຫ້ມີຄວາມຍືນຍົງ ທັງສອດຄ່ອງກັບສະພາບການອະນຸລັກສິ່ງແວດລ້ອມ ຕິດພັນກັບພື້ນທີ່ມໍລະດົກໂລກຫຼວງພະບາງ, ແຕ່ໃນໄລຍະຈັດງານບຸນປະເພນີ ຈະໄດ້ນຳໃຊ້ພື້ນທີ່ດອນຊາຍມຸງຄຸນ ເປັນສະຖານທີ່ຈັດງານບຸນປະເພນີຄືເກົ່າ ຈຶ່ງຂໍໃຫ້ທຸກຄົນມີຄວາມເຂົ້າໃຈໃນການພັດທະນາດອນຊາຍມຸງຄຸນຄັ້ງນີ້.

ຂ່າວ: ອາພຸດເດດ