ລາດຊະວົງພລາຊ່າ ຈະເລີ່ມລົງມືອີກຄັ້ງຕາມແຜນ 2 ປີສຳເລັດ

518

ຕຶກລາດຊະວົງ ພລາຊ່າ ອາຄານສູງສຸດໃຈກາງເມືອງຫຼວງວຽງຈັນ ເປັນທີ່ຄອງຄອຍຂອງປະຊາຊົນເພາະນັ້ນຄືໃບໜ້າໃບຕາອັນໃໝ່ ແຕ່ການກໍ່ສ້າງໃນໄລຍະຜ່ານມາກໍພົບບັນຫາຈິ່ງເຮັດໃຫ້ໂຄງການຖືກຢຸດສະງັກ ຈົນມາມືື້ນີ້ຈິ່ງໄດ້ຂ່າວວ່າຈະກັບມາສືບຕໍ່ບັນດາໜ້າວຽກໃຫ້ສຳເລັດພາຍໃນ 2 ປີຂ້າງໜ້າ.

ລາດຊະວົງ ພລາຊາ ເປັນອາຄານສູນການຄ້າຄົບວົງຈອນ ແລະໂຮງແຮມລະດັບຫ້າດາວ ເຊິ່ງເປັນຕຶກສູງທີ່ສຸດໃນປະເທດລາວ ຈະຖືກດໍາເນີນການກໍ່ສ້າງຄືນໃໝ່ ເນື່ອງຈາກປີ 2016 ຜູ້ປະກອບການຂອງອາຄານດັ່ງກ່າວພົບຄວາມຫຍຸ້ງຍາກທາງດ້ານການເງິນ ຈິ່ງໄດ້ໂຈະການດໍາເນີນການກໍ່ສ້າງ.

ທ່ານ ພັນເອກ ສີພອນໄຊ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ລາຍງານໃນພິທີເຊັນສັນຍາສືບຕໍ່ໂຄງການລາດຊະວົງ ພລາຊາ ໃນວັນທີ 23 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລາດຊະວົງພລາຊາເປັນການຮ່ວມມືທຸລະກິດລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະເລີ່ມກໍ່ສ້າງມາແຕ່ທ້າຍປີ 2013. ລາດຊະວົງພລາຊາ ເປັນອາຄານໂຮງແຮມລະດັບ 5 ດາວ, ຫ້ອງການ, , ສູນບຳບັດ, ສູນການຄ້າຄົບວົງຈອນ ແລະອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍມີມູນຄ່າຫຼາຍກວ່າ 99 ລ້ານໂດລາສະຫະລັດ.

ພາຍຫຼັງເຊັນສັນຍາບໍລິສັດດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະດ້ານການເງິນ, ນິຕິກຳ ຈຳນວນໜຶ່ງຍັງບໍ່ສອດຄ່ອງ. ສະນັ້ນ, ປີ 2016 ໂຄງການດັ່ງກ່າວໄດ້ໂຈະການກໍ່ສ້າງ ຊົ່ວຄາວຈົນເຖິງປັດຈຸບັນ. ຕໍ່ກັບສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດໄດ້ ໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ປະກອບການລົງທຶນໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາເປັນຕົ້ນໄປ

ການກໍ່ສ້າງຫຼັງຈາກນີ້ຈະໄດ້ແບ່ງເປັນ 2 ໄລຍະຄື: 6 ເດືອນຕໍ່ໜ້າຈະດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດ ແລະສາມາດເປີດບໍລິການໄດ້ໃນປີກາງປີ 2022; ໄລຍະທີ 2: ປີ 2023 ຈະກໍ່ສ້າງໂຄງການລາດຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະສາມາດເປີດບໍລິການຮັບໃຊ້ສັງຄົມເຕັມຮູບແບບ