ເຕັກນິກການຕີກ໊ອຟ: 2 ປັດໄຈຫຼັກທີ່ມີຜົນຕໍ່ທິດທາງຂອງລູກກ໊ອຟ

271

ມື້ນີ້ທີມຂ່າວພວກເຮົາຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄັບ ໄດ້ນໍາເອົາອີກໜຶ່ງເຕັກນິກໃນການຫຼິ້ນກ໊ອຟຈາກ Pro Wikien Promteerawong ອີກໜຶ່ງນັກ໊ອຟທີ່ມີປະສົບການສູງໃນປະເທດເພື່ອນບ້ານ ( ໄທ ) ເພິ່ນໄດ້ມາອະທິບາຍ 2 ປັດໄຈໃນການຕີກ໊ອຟທີ່ສົ່ງຜົນຕໍ່ທິດທາງຂອງລູກກ໊ອຟ ໂດຍເພິ່ນອະທີບາຍວ່າ: ອິດທີພົນທີ່ມີຜົນຕໍ່ທິດທາງຂອງລູກກ໊ອຟທີ່ລອຍອອກໄປມາຈາກ 2 ປັດໄຈຄື:
1.ແນວທາງເດີນຂອງໜ້າໄມ້ກ໊ອຟຂະນະທີ່ສະວິງລົງເຂົ້າຫາລູກ໊ອຟ ຈະສົ່ງຜົນຕໍ່ທິດທາງການພຸ່ງອອກໄປຂອງລູກກ໊ອຟເອີ້ນວ່າ ແຮງສົ່ງຕົ້ນທາງ.
2.ການໝຸນຂອງລູກກ໊ອຟ ຈະເລີ່ມສົ່ງຜົນຕໍ່ທິດທາງຂອງລູກກ໊ອຟ ເມື່ອແຮງສົ່ງຕົ້ນທາງອ່ອນກໍາລັງລົງເອີ້ນວ່າ ແຮງປາຍ.

+ຕົວຢ່າງ: ລູກກ໊ອຟທອອກຕົວພຸ່ງໄປຊ້າຍ ແລ້ວລ້ຽວກັບມທາທາງຂວາໃນຕອນທ້າຍ ສາມາດບອກໄດ້ຢ່າງແນ່ນອນວ່າ ແນວການເດີນທາງຂອງໜ້າໄມ້ເປັນການເດີນທາງອ້ອມມາຈາກດ້ານນອກ ເອີ້ນວ່າ ເອົ້າໄຊທ໌ອິນ ກໍຄືລູກ໊ອຟຈະພຸ່ງອອກຕົວໄປຕາມທິດທາງຂອງແຮງທີ່ເຂົ້າມາກະທົບ ແລະ ການທີ່ລູກລ້ຽວຂວາກັບມາໃນຕອນປາຍທາງ ສະແດງວ່າລູກກ໊ອຟມີການໝຸນແບບ ໄຊທ໌ສະປິນ ( ຕີລູກໃຫ້ໝຸນສາມາດລ້ຽວຊາຍ-ຂວາ ) ຊ້າຍໄປຂວາຢ່າງແນ່ນອນ.

ນອກນັ້ນ ກໍຍັງຈະສາມາດສັນນະຖານຕໍ່ໄປໄດ້ອີກວ່າ: ນັກກ໊ອຟທີ່ເລ່ນຊ໊ອດນັ້ນ ຕື້ງແຂນ ແລະ ຢຽດໄວ້ ຈິ່ງເຮັດໃຫ້ການໝຸນຫວ່ຽງຂອງແຂນ, ບ່າໄຫຼ່ ແລະ ລໍາຕົວເກີດການຕິດຂັດ ໂດຍສະເພາະຍິ່ງໃນຄົນທີ່ມີຄວາມຄິດທີ່ຈະລາກໄມ້ອອກໄປ ເພືື່ອເຮັດໃຫ້ວົງກວ້າງຫຼາຍຕາມຄວາມເຊື່ອທີ່ມັກແນະນໍາກັນຢູ່ ກໍຍິ່ງເຮັດໃຫ້ມີການເຊອອກຂອງຮ່າງກາຍ ຈົນຫຼຸດຈາກແກນໝຸນ. ດັ່ງນັ້ນ ຕອນສະວິງໄມ້ລົງ ຮ່າງກາຍຈິ່ງຕ້ອງດຶືງດ້າມໄມ້ລົງກ່ອນ ເພື່ອຊົດເຊີຍການຫຼຸດອອກໄປຈາກແກນໝຸນ, ແຂນທີ່ຢຽດຕື້ງຢູ່ເຮັດໃຫ້ຂໍ້ຕໍ່ຕ່າງໆບໍ່ສາມາດໝຸນຕົວຕາມການຫວ່ຽງໄດ້ຢ່າງທີ່ຄວນ ຈິ່ງເຮັດໃຫ້ໄມ້ກ໊ອຟຖືກຫວ່ຽງຜ່ານອອກໄປ ໂດຍທີ່ຫົວໄມ້ບໍ່ສາມາດຈະພິກຕົວຫວ່ຽງເຂົ້າຫາລູກກ໊ອຟ ເພື່ອປະທະໃຫ້ເຕັມໜ້າໄມ້ຄືຄ້ອນທີ່ຕ໊ອກຕະປູໄດ້ ຈົນໜ້າໄມ້ປາດລູກກ໊ອຟໄດ້ຫວຸດຫວິດເກີດເປັນໄຊທ໌ສະປິນ ຍິ່ງອອກແຮງຫຼາຍເທົ່າໃດ ໄຊທ໌ສະປິນ ຍິ່ງຫຼາຍຂຶ້ນເທົ່ານັ້ນ.


ຄັດຈາກ:​ Pro Wikien Promteerawong