ບໍ່ຜິດໄປຕາມຄາດ ເພາະສາວງາມພຽບພ້ອມຄົນນີ້ແມ່ນຕິດອັນດັບຫນຶ່ງມາໂດຍຕະຫລອດຕັ້ງແຕ່ມື້ເຂົ້າປະກວດ ແລະ ຖ້າເວົ້າເຖິງຄົນທີ່ງາມ ແລະ ພຽບພ້ອມທັງຄວາມຮູ້ຄວາມສາມາດແລ້ວ ໃນເວທີນາງສາວລາວ Miss Laos 2021ນີ້ ຖືໄດ້ວ່າສາວງາມຄົນນີ້ເປັນໂຕເຕັງ ແລະ ຈາກຕົວເຕັງໃນວັນນັ້ນກາຍເປັນຕົວຈິງ Miss Laos 2021ໃນປີນີ້ ຕ້ອງສະແດງຄວາມຍິນເປັນທີ່ສຸດກັບສາວ ທິດາຈັນ ວິສີສົມບັດ ຫລື ນຸ້ນ ML10 ປັດຈຸບັນອາຍຸໄດ້ 22ປີ ຈາກນະຄອນຫຼວງວຽງຈັນ ງາມ,ເກັ່ງ ຄວາມສາມາດຮອບດ້ານອີຫຼີ.
ເມື່ອເຫັນທັກສະ ແລະ ຄວາມສາມາດໃນການຕອບຄຳຖາມຂອງນ້ອງທີ່ສະແດງອອກເທິງເວທີລ່ຽນໄຫລແລ້ວ ຫລາຍຄົນກໍ່ຢາກຈະຮູ້ຈັກນ້ອງໃຫ້ຫລາຍຂຶ້ນແມ່ນບໍ່? ມື້ນີ້ແອັດມິນມາແນະນຳໃຫ້ຮູ້ສາວງາມຄົນນີ້ໃຫ້ຫຼາຍຂຶ້ນ ກ່ຽວກັບ Miss Laos 2021ຄົນຫລ້າສຸດ: ສໍາລັບນຸ້ນຈົບການສຶກສາໃນສົກຮຽນປີ 2020-2021 ທີ່ມະຫາວິທະຍາໄລແຫ່ງຊາດ & ສາຂາ: ການເງິນ-ການທະນາຄານ (ໄດ້ບົດຈົບຊັ້ນດີເດັ່ນ ແລະ ນັກຮຽນດີເດັ່ນຄະແນນສະເລ່ຍ (GPA: 3.5 ຂຶ້ນເມື່ອ) ແລະ ປັດຈຸບັນນີ້ກໍ່ເປັນ External Auditor ຫຼື ນັກກວດສອບບັນຊີພາຍນອກ ເຮັດວຽກໃຫ້ກັບ ບໍລິສັດ Ernst&Young Lao ເຊິ່ງເປັນ 1ໃນ 4ບໍລິສັດ ຍັກໃຫຍ່ທາງດ້ານການກວດສອບ.
ນຸ້ນ ແມ່ນບໍ່ເຄີຍເຂົ້າຮ່ວມການປະກວດນາງງາມ ຫຼື ງານໃນວົງການບັນເທີງຢູ່ໃສມາກ່ອນເລີຍ ສ່ວນຫຼາຍແມ່ນມັກໄປເປັນອາສາສະໝັກຊ່ວຍເຫຼືອສັງຄົມ ແລະ ເສັງທຶນໄປແລກປ່ຽນຕ່າງປະເທດຫລາຍກວ່າ ເຊິ່ງເທື່ອນີ້ກໍເປັນຄັ້ງທຳອິດຂອງນ້ອງທີ່ໄດ້ເຂົ້າຮ່ວມການແຂ່ງຂັນຖືໄດ້ວ່າເປັນສິ່ງທີ່ທ້າທາຍ ແລະ ຢາກພິສູດໃຈໂຕເອງ ເຊິ່ງໃນທີ່ສຸດນ້ອງກໍ່ເຮັດໄດ້ ແລະ ເຮັດໄດ້ດີສົມກັບຕໍາແຫນ່ງແບບບໍ່ຄ້ານສາຍຕາແຟນໆເລີຍ.
ຄະຕິປະຈຳໃຈແມ່ນ: “ກ້າທີ່ຈະລອງສິ່ງໃໝ່ໆ ທ່າມກາງຄວາມຢ້ານ ເພື່ອສັກກະຍາພາບ ແລະ ທັກສະທີ່ດີຂຶ້ນ “ “Dare to try new things in the face of fear for greater potential”
ເຫດຜົນທີ່ນຸ້ນເລືອກປະກວດເວທີນາງສາວລາວ ຍ້ອນວ່າຕົນເອງຢາກສະແດງ ແລະ ພິສູດໃຫ້ເຫັນຫລາຍມູມມອງຂອງແມ່ຍິງລາວຍຸກໃໝ່ ທີ່ມີໃຈຮັກໃນດ້ານວັດທະນະທຳລາວ ແລະ ທີ່ສຳຄັນຄືການເຂົ້າປະກວດຖືເປັນໂອກາດສຳຄັນທີ່ຜູ້ຍິງ ທີ່ຈະໄດ້ສະແດງອອກທາງດ້ານຄວາມຄິດ ແລະ ຄວາມສາມາດ ພ້ອມໄດ້ຊ່ວຍເຫຼືອສັງຄົມ ແລະ ຍັງເປັນກະບອກສຽງໃນການສົ່ງເສີມອະນຸລັກວັດທະນະທຳຄວາມເປັນລາວທີ່ຄຽງຄູ່ກັນໄປກັບໂລກໃນປັດຈຸບັນ.
ຈຸດເດັ່ນຂອງ ນາງສາວລາວຄົນນີ້ແມ່ນ: ທາງດ້ານທັດສະນະຄະຕິ, ຄວາມຄິດ-ຄວາມສາມາດ ແລະ ຄວາມອ່ອນນ້ອມຖ່ອມຕົນ ແລະ ຮອຍຍິ້ມທີ່ຈິງໃຈ ສະແດງອອກມາໃຫ້ທຸກຄົນເຫັນ ແລະ ຫລົງຮັກໄປຕາມໆກັນ.
ເປົ້າຫມາຍໃນການຊ່ວຍເຫລືອສັງຄົມແມ່ນ ນຸ້ນຢາກຈະປະກອບສ່ວນໃນການຊ່ວຍເຫລືອສັງຄົມ ຄືການສ້າງໂຄງການ ຫລື ເຜີຍແຜ່ຄວາມຮູ້ກ່ຽວ ພາວະການເປັນຜູ້ນຳ ຫລື Leadership skill ໃຫ້ແກ່ໄວຫນຸ່ ຫລື ເດັກນ້ອຍໂດຍ ສະເພາະເດັກຍິງ ເພື່ອສົ່ງເສີມບົດບາດທາງສັງຄົມ ແລະ ຫລຸດຜ່ອນອັດຕາການຖືພາກ່ອນໄວອັນຄວນ.
ແລະ ຫລັງຈາກໄດ້ຕຳແຫນ່ງໃນຄຳ່ຄືນຂອງວັນທີ 25ທັນວາຜ່ານມາ ນຸ້ນກໍ່ໄດ້ບັນຍາຍຄວາມຮູ້ສຶກຂອງຕົນຜ່ານເຟສບຸກສ່ວນຕົວວ່າ: ນຸ້ນເປັນຜູ້ຍິງຄົນໜຶ່ງທີ່ໄດ້ເລີ່ມຕົ້ນຊີວິດຕົນເອງໃນເສັ້ນທາງນາງສາວລາວຈາກສູນ ບໍ່ເຄີຍມີປະສົບການໃນເລື່ອງສາຍນີ້ມາກ່ອນ ແຕ່ກໍພະຍາຍາມເຕັມທີ່ ແລະ ເຮັດໃຫ້ດີທີ່ສຸດ ການທີ່ໄດ້ເຂົ້າຮ່ວມການປະກວດນາງສາວລາວ ເຮັດໃຫ້ນ້ອງໄດ້ຮຽນຮູ້ໃນຫຼາຍໆດ້ານບໍ່ວ່າຈະເປັນດ້ານຄວາມຄິດ, ເຫັນມຸມມອງທີ່ແຕກຕ່າງກັນອອກໄປ ແລະ ພ້ອມທີ່ຈະຊ່ວຍເຫຼືອຮຽນຮູ້ພັດທະນາໄປນຳກັນ. ໂດຍສະເພາະແມ່ນມິດຕະພາບທີ່ດີຂອງເອື້ອຍ-ອ້າຍລ້ຽງ ໄດ້ຊ່ວຍເຫຼືອພວກນ້ອງໃນທຸກໆຊ່ວງໄລຍະເວລາທີ່ຜ່ານມາ ແລະ ຄວາມຮັກແພງຂອງນາງສາວທຸກຄົນທີ່ມີຕໍ່ກັນ ຖືໄດ້ວ່າເປັນມື້ທຳອິດທີ່ໄດ້ໃຊ້ນາມສະກຸນຄຳວ່າ: ນາງສາວລາວ 2021 ຢ່າງເຕັມໂຕ ນຸ້ນສັນຍາວ່າຈະປະຕິບັດໜ້າທີ່ສືບຕໍ່ຈາກນາງສາວລາວປີ 2020 ໃຫ້ດີທີ່ສຸດ ແລະ ພິສູດໃຫ້ເຫັນວ່າຜູ້ຍິງໂຕນ້ອຍໆຄົນນີ້ ເຖິງຈະໂຕນ້ອຍແຕ່ມີວິໄສທັດ ແລະ ຄວາມຄິດທີ່ກ້ວາງໄກສາມາດຊ່ວຍເຫຼືອສັງຄົມໄດ້. ສໍາລັບຊ່ອງທາງໃນການຕິດຕາມ ສາມາດຕິດຕາມໄປທີ່ເຟສບຸກສ່ວນຕົວຂອງນ້ອງກໍຄື N’noon Thidachanh ແລະ ເພຈຂອງໂຄງການປະກວດ ນາງສາວລາວ Miss Laos ນັ້ນເອງ.
ຮູບ: N’noon Thidachanh