ຫວຽດນາມ ເພີ່ມສະຖິຕິເປັນທີມທີ່ຕົກຮອບ 4 ທີມຫຼາຍທີ່ສຸດໃນປະຫວັດ AFF SUZUKI CUP

367

ການແຂ່ງຂັນບານເຕະ AFF SUZUKI CUP 2020 ຮອບ 4 ທີມສຸດທ້າຍ ເມື່ອວັນທີ 26 ທັນວາ 2021 ລະຫວ່າງ ທີມຊາດໄທ ພົບກັບ ທີມຊາດຫວຽດນາມ ແຊັມເກົ່າ ຈົບລົງດ້ວຍຜົນສະເໝີ 0-0 ເຮັດໃຫ້ລວມຜົນ 2 ນັດ ໄທ ເອົາຊະນະໄປ 2-0 ຜ່ານເຂົ້າຮອບຊີງຊະນະເລີດ.

ຈາກຜົນນັດດັ່ງກ່າວ ເຮັດໃຫ້ ທີມຊາດຫວຽດນາມ ໝົດສິດປ້ອງກັນແຊັມ ລວມທັງຍັງເພີ່ມສະຖິຕິທີ່ບໍ່ໜ້າຈື່ຈໍ່າຄືເປັນທີມຊາດທີ່ຕົກຮອບຮອງຊະນະເລີດ ( ຮອບ 4 ທີມ ) ຫຼາຍທີ່ສຸດເຖິງ 8 ຄັ້ງ ຈາກການຈັດການແຂ່ງຂັນມາທັງໝົດ 13 ຄັ້ງປະກອບດ້ວຍປີ 1996, 2000, 2002, 2007, 2010, 2014, 2016 ແລະ 2020.

ຂະນະທີ່ຊາດຮອງລົງທີ່ຕົກຮອບ 4 ທີມຫຼາຍວ່າສຸດເປັນ ທີມຊາດມາເລເຊຍ ເຖິງ 5 ຄັ້ງປະກອບດ້ວຍປີ 2000, 2002, 2004, 2007 ແລະ 2012 ແລະ ອັນດັບ 3 ເປັນຂອງ ທີມຊາດຟິລິບປິນ ຕົກຮອບ 4 ທີມເຖິງ 4 ຄັ້ງປະກອບດ້ວຍ 2010, 2012, 2014 ແລະ 2018.

ສ່ວນທີມຊາດໄທ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ທີມຊາດ ອິນໂດເນເຊຍ ໂດຍນັດຊີງຊະນະເລີດຈະແຂ່ງຂັນ 2 ນັດຄື: ນັດທໍາອິດແຂ່ງຂັນເວລາ 19:30 ໂມງຂອງວັນທີ 29 ທັນວາ 2021 ແລະ ນັດທີ 2 ແຂ່ງຂັນເວລາ 19:30 ໂມງຂອງວັນທີ 1 ມັງກອນ 2022