ປະທານອີສະປອດລາວ ຊຸກຍູ້ຄອມພິວເຕີໂນດບຸກ ຈຳນວນ 2 ຊຸດ ໃຫ້ກົມກິລາລະດັບສູງ

242

ພິທີມອບ-ຮັບການສະໜັບສະໜູນຄອມພິວເຕີໂນດບຸກສອງເຄື່ອງ ພ້ອມອຸປະກອນຕິດຕັ້ງຄົບຊຸດ ລວມມູນຄ່າ 14 ລ້ານກວ່າກີບ ໃຫ້ກົມກິລາລະດັບສູງ ໃນຄັ້ງນີ້ ໄດ້ມີຂຶ້ນ ໃນວັນທີ 24 ທັນວາ 2021 ທີ່ສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດ ກອງປະຊຸມສາມັນ ຄອລ ປະຈໍາປີ 2021 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ເປັນການກ່າວມອບໂດຍທ່ານ ໂຈນາທານ ສີຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ແລະ ກ່າວຮັບຂອງທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ຄະນະບໍລິຫານງານ ຄອລ, ປະທານ, ເລຂາທິການສະຫະພັນກິລາແຫ່ງຊາດ, ອະນຸກໍາມະການຝ່າຍຕ່າງໆຂອງ ຄອລ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

https://scontent.fvte2-3.fna.fbcdn.net/v/t39.30808-6/269833652_4482988121812138_3736341222890104015_n.jpg?_nc_cat=109&ccb=1-5&_nc_sid=b9115d&_nc_eui2=AeE9UBHU3QIGpIbuaKC7Uld0gPxnH-lh-5-A_Gcf6WH7nywak7ctXe-s0dMrW06BO0bkrFjQAPlNVyANpXHiriOu&_nc_ohc=2G0gw8jDwGsAX_E_g4f&_nc_ht=scontent.fvte2-3.fna&oh=00_AT_dR9eZ3TGU6aJumoxNJBMY6i8OAsY1CCM05I8Geuq6jQ&oe=61C9D364

ສຳລັບການຊຸກຍູ້ໃນຄັ້ງນີ້ ມີຈຸດປະສົງຫຼັກກໍເພື່ອສະໜັບສະໜູນສົ່ງເສີມກົມກິລາລະດັບສູງ ໄດ້ມີຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານເອກະສານໃຫ້ແກ່ບັນດາສະຫະພັນກິລາແຫ່ງຊາດ ເພື່ອກຽມຄວາມພ້ອມຝຶກຊ້ອມ ແລະ ນຳພານັກກິລາເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຊີເກມທີ່ ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນພຶດສະພາ ປີ 2022 ແລະ ງານມະຫະກຳກິລາ ເອຊຽນເກມ 2022 ທີ່ ສປ ຈີນ.

ຂ່າວ-ຮູບ: ສົງການ; ຫຼ້າ MKP