ທຸ່ມເງິນຫລາຍກວ່າ 1ຕື້ກີບສ້າງຄ້າຍເພງ Miracle Music & Miracle Studio

287

ງານຖະແຫລງຂ່າວເປີດໂຕຄ້າຍເພງ Miracle Music ທີ່ທຸ່ມງົບໃນການສ້າງຫລາຍກວ່າ 1ຕື້ກີບ ພ້ອມເສີບຜົນງານເພງດີໆມີຄຸນນະພາບໃຫ້ຊາວລາວໄດ້ຊົມກັນໃນໄວໆນີ້ຢ່າງແນ່ນອນ ເຊິ່ງງານເປີດໂຕໄດ້ຈັດຂຶ້ນໃນວັນທີ 21ທັນວາ 2021ຜ່ານມາ ໂດຍຫນຸ່ມໂຈໂຈ້ໃນນາມປະທານຄ້າຍເພງ ໄດ້ເລົ່າເຖິງຈຸດປະສົງຂອງການເປີດຄ້າຍເພງໃນຄັ້ງນີ້ຜ່ານທາງເພຈສ່ວນຕົວຂອງຕົນເອງວ່າ: ໂຈໂຈ້ຢາກພັກດັນ ສິນລະປິນລາວ ໃຫ້ໄປໄກລະດັບເອເຊຍ ຫຼື ລະດັບສາກົນ ຮ່ວມສ້າງສັນຜົນງານເພງໃຫ້ວົງການເພງລາວ ກັບມາຄຶກຄັກຂຶ້ນອີກຄັ້ງຫນຶ່ງ ພ້ອມກັນນັ້ນ, ຍັງສາມາດສ້າງສິລະປິນຫນ້າໃຫມ່ ເພື່ອມາສັນສ້າງຄວາມສຸກໃຫ້ກັບຄົນລາວ ແລະ ຊາດອື່ນໆ.

ສໍາລັບຄ້າຍເພງ Miracle Music ມີອົງປະກອບຄົບຖ້ວນໃນການຜະລິດຜົນງານໃຫ້ ສິນລະປິນລາວເຊັ່ນ: ການມີຫ້ອງ studio ອັດເພງມາດຕະຖານສາກົນ “Miracle Studio” ພ້ອມກັນນັ້ນ ຍັງມີບໍລິສັດໃນເຄືອທີ່ສາມາດສັນສ້າງ MV ແບບທັນສະໄຫມ ບໍ່ນ້ອຍໜ້າຊາດໃດໃນເອເຊຍ “Miracle Productions”

ເພື່ອວິໄສທັດອັນຍາວໄກນີ້ ຫນຸ່ມໂຈໂຈ້ແມ່ນຍອມທຸ້ມເງິນຫຼາຍກວ່າ 1 ຕື້ກີບ ເພື່ອຕອບສະຫນອງທຶນສ້າງມະຫາສານໃຫ້ ສິນລະປິນລາວທຸກຄົນ. ທາງຄ້າຍ ມີຈຸດມຸ້ງຫມາຍຢາກສ້າງສິນລະປິນຫຼາຍກວ່າ 10ຄົນ ແລະ ມີເພງປ່ອຍອອກສູ່ຄົນຟັງ ຫຼາຍກວ່າ 25 ເພງ ໃນປີ 2022 ທີ່ຈະມາເຖິງນີ້.

ພ້ອມດຽວກັນນີ້ ທາງຄ້າຍ Miracle Music ຍັງມີ Producer ຫຼື ຜູ້ຜະລິດເພງ ທີ່ມີຊື່ສຽງລະດັບຕົ້ນໆຂອງປະເທດເຊັ່ນ: ທ່ານ ຫມີ ສຸ ລີນທອນ ຂຸນສະທອນ (Mee Mega) ຜົນງານທີ່ໂດດເດັ່ນຄືໄດ້ ເຮັດດົນຕີ ແລະ ມິກສຽງໃຫ້ສິນລະປີນລຸ້ນບຸກເບີກຫຼາຍຄົນ ເຊັ່ນ: Overdance, Cells, Aluna, LOG, ຕິ່ງ ໄພລາວັນ, ນາລີນ, ຕີ ອຸດາໄລ… ແລະ ສີລະປີນລຸ້ນປະຈຸບັນ ເຊັ່ນ: Namfon, Blackeyes, Taiy Akard, ຕູ່ Hero ແລະ JoJo Miracleອີກດ້ວຍ.

ໃນນີ້ຍັງມີທີມ Artist & PR Manager ທ່ານ ພຸດທະສອນ ແກ້ວມຸງຄຸນ (Aleqs L.O.G) ການສຶກສາ: ທຶນ ປະລິນຍາຕຣີຈາກ Australia Bachelor of Digital Media, University of New South Wales ປະເທດ ອົດສະຕຣາລີ ຜົນງານທີ່ຜ່ານມາ: Rapper ວົງ L.O.G (ຫົວຫນ້າວົງ), ລາງວັນ Best Hip Hop Lao music awards 2008, ອະດີດ, ສິລະປິນຄ້າຍ: Indee Records (ປະເທດລາວ), Gancore Club, GMM Grammy (ປະເທດໄທ) ແລະ Sony Music (ປະເທດໄທ) ເປັນຕົ້ນ.

ຫນຸ່ມໂຈໂຈ້ຍັງຝາກມາເຖິງແຟນໆ ຢ່າລືມຕິດຕາມ ແລະ ສະໜັບສະໜູນ ສິນລະປິນລາວ ທີ່ຈະປ່ອຍຜົນງານເພງ ອອກມາຈາກຄ້າຍເຮົາໃນໄວໄວນີ້ເດີ້ ສຸດທ້າຍ ແລະທ້າຍສຸດ ຂໍຂອບໃຈສື່ມວນຊົນທຸກຄົນທີ່ເຂົ້າຮ່ວມໃນງານຖະແຫຼງຂ່າວໃນຄັ້ງນີ້ ລວມໄປເຖິງຜູ້ສະຫນັບສະໜຸນທຸກຄົນ ທີ່ໃຫ້ການຕອບຮັບໃນໂປລເຈັກຂອງ Miracle Music.

ຮູບ:Jojo Miracle