ງົດງາມ ສະໜາມບິນສາກົນ ບໍ່ແກ້ວ ຖືກທົດລອງບິນຄັ້ງທໍາອິດແລ້ວ ກຽມເປີດບໍລິການພາຍໃນປີໜ້າ

277

ໃນວັນທີ່ 22 ທັນວາ 2021, ທີ່ ສະໜາມບິນສາກົນ ບໍ່ແກ້ວ, ໄດ້ມີການຈັດພິທີສຸດຖອນທາງສາສະໜາກ່ອນທີ່ຈະມີການທົດລອງບິນຄັ້ງທຳອິດ ຂອງສະໜາມບິນສາກົນ ບໍ່ແກ້ວ, ພາຍຫຼັງການກໍ່ສ້າງມາເປັນເວລາ 2 ປີ, ການທົດລອງບິນໃນຄັ້ງນີ້ແມ່ນເພື່ອທົດສອບການຂື້ນ ແລະ ລົງຈອດ, ທົດລອງລະບົບການສື່ສານ, ສິ່ງອຳນວຍຄວາມສະດວກຕ່າງໆຢູ່ໃນສະໜາມບິນ.

.


ສະໜາມບິນສາກົນ ບໍ່ແກ້ວ ແມ່ນຕັ້ງຢູ່ທີ່ ບ້ານ ສີເມືອງງານ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ, ມີທິວທັດທີ່ສວຍສົດງົດງາມ, ສະໜາມບິນສາກົນ ບໍ່ແກ້ວ ແຫ່ງນີ້ແມ່ນຫ່າງໄກຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ 5 ກິໂລແມັດ,

.

.


ເຊີ່ງປະຈຸບັນ ສະຖານີ ແລະ ອາຄານຜູ້ໂດຍສານແມ່ນຢູ່ໃນຂັ້ນຕອນການກໍ່ສ້າງ ຄາດວ່າຈະໄດ້ເປິດໃຫ້ບໍລິການພາຍໃນປີຫນ້າ.
ສ່ວນການເປີດສາຍການບິນວ່າຈະມີຖ້ຽວບິນເຊື່ອມໂຍງກັບສາຍການບິນໃດນັ້ນແມ່ນລໍຖ້າເປີດການບໍລິການຢ່າງເປັນທາງການຈຶ່ງຕິດຕາມໄປນຳກັນ.

ຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper