R.I.P ຜູ້ເສຍຊີວິດໃໝ່ 6 ກໍລະນີ ໃນນັ້ນມີເດັກນ້ອຍອາຍຸ 8 ປີ

168

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 104.373 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 429 ຄົນ, ກໍາລັງປິ່ນປົວ 11.381 ຄົນ ແລະ ເສຍຊີວິດສະສົມທັງໝົດ 305 ຄົນ (ໃໝ່ 06 ຄົນ).

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 06 ຄົນ, ລາຍລະອຽດດັ່ງນີ້:
1 ເພດຍິງ ອາຍຸ 86ປີ ອາຊີບ ແມເຮືອນ ບ. ນາເລົ່າ ມ. ສີໂຄດ, ນະຄອນຫຼວງວຽງຈັນ
ເຂົ້າໂຮງໝໍມິດຕະພາບ ວັນທີ່ 18/12/2021 (ຮັບຈາກສຸກເສີນ) ເວລາ: 14ມ30 ສັກວັກຊີນຄົບ 2 ເຂັມ ພະຍາດປະຈຳໂຕ ເກົ້າ Gout ຄົນເຈັບເສຍຊີວິດ (ເວລາ: 17ມ50 ຂອງວັນທີ່ 22/12/2021)


2 ເພດຊາຍ ອາຍຸ 98 ປີ, ບ ອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ເຂົ້າໂຮງໝໍ 19/12/2021 ຍ້ອນ ນອນຊືມ ບໍຮູ້ສະຕິ, ໄຂ້, ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ ພະຍາດປະຈຳຕົວ ພະຍາດຫືດມາໄດ້ຫຼາຍປີ, ຜູ້ກ່ຽວອາການອອ່ນເພຍ ນອນຕິດຕຽງມາຫຼາຍປີ ຄົນເຈັບເສຍຊິວິດວັນທີ 22/12/2021


3 ເພດຊາຍ ອາຍຸ 49 ປີ, ອາຊີບ ປະຊາຊົນ, ບ້ານ ອ່າວເໝືອ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ ພະຍາດປະຈຳຕົວ ຄວາມດັນເລືອດສູງ, ເບົາຫວານ ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໜົດ 3 ຄົນ
ມາຮອດເວລາ 4 ໂມງ 30 ນາທີ ຂອງວັນທີ 23 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ


4 ເພດຊາຍ ອາຍຸ 78 ປີ ບ້ານ ນາສຳພັນ ນະຄອນຫລວງພະບາງ ແຂວງຫຼວງພະບາງ ເຂົ້ານອນ 21.12.2021 ເວລາ 2:30 ໂມງ , ກວດ RDT: Positive ເຂົ້ານອນໂຮງໝໍດວ້ຍ ຖ່າຍດຳມີເລືອດປົນ 5:50 ໂມງ ຄົນເຈັບບໍ່ຕອບສະໜອງ ຄົນເຈັບເສຍຊີວິດ


5 ເພດຍິງ ອາຍຸ 8 ປີ ບ້ານ ພູເກີ ເມືອງ ນ້ຳບາກ ແຂວງຫຼວງພະບາງ ເຂົ້າໂຮງໝໍ 22.12.2021 ເວລາ 16:30ໂມງ, ກວດ RDT: Positive ເຂົ້າໂຮງໝໍດວ້ຍອາການ ໄອ ຫາຍໃຈຍາກ, ຄົນເຈັບເສຍຊິວິດ ເວລາ 3:00 ວັນທີ່ 23.12.2021
6 ເພດຍິງ 81 ປີ ບ. ດົງ ມ. ທຸລະຄົມ ແຂວງ ວຽງຈັນ
ເຂົ້າໂຮງໝໍວັນທີ 18/12/2021 ເວລາ 19:00 ເປັນຄົນຕຸ້ຍ, ນ້ຳຫມັກເກິນ 85 kg
ບໍ່ໄດ້ສັກວັກຊີນ