ເຢຍລະມັນ ສະໜອງທຶນ 7,25 ລ້ານເອີໂຣ ຊ່ວຍພັດທະນາອາຊີວະສຶກສາໃນລາວ

457

ລັດຖະບານເຢຍລະມັນ ສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໂດຍສະເພາະວຽກງານອາຊີວະສຶກສາແບບຄວບຄູ່ ຫຼື ອສຄ ໃນໂຄງການພັດທະນາອາຊີວະສຶກສາໃນ ສປປ ລາວ (VELA) ຈຳນວນ 7,25 ລ້ານເອີໂຣ ຫຼື ປະມານເກືອບ 80 ຕື້ກີບ ເພື່ອສົ່ງເສີມວິທະຍາໄລເຕັກນິກວິຊາຊີບ 4 ແຫ່ງ ແລະ ສະຖານປະກອບການຫຼາຍກວ່າ 100 ແຫ່ງ ໃນຂອບເຂດທົ່ວປະເທດ ສາມາດຈັດຕັ້ງປະຕິບັດການຮຽນການສອນຢ່າງມີຄຸນນະພາບໃຫ້ສູງຂຶ້ນກວ່າເກົ່າ.


ພິທີເຊັນສັນຍາດັ່ງກ່າວ ໄດ້ມີຂຶ້ນເມື່ອບໍ່ດົນມານີ້, ຕາງໜ້າລັດຖະບານ ສປປ ລາວ ລົງນາມຂອງທ່ານ ໜູພັນ ອຸດສາ ສະມາຊິກສະພາແຫ່ງຊາດ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ;  ສ່ວນຕາງໜ້າລັດຖະບານ ເຢຍລະມັນແມ່ນທ່ານ ນາງ Barbara Schweiger ຮອງຜູ້ອຳນວຍການ GIZ ປະຈຳ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມລິດ ວິຣິວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ, ທ່ານ ດຣ ຄຼິດສຕີນາ ເສແບກ-ເອນເວີເຟນ ຫົວໜ້າວຽກງານການຮ່ວມມືພັດທະນາ ສະຖານທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ນາງ Dorothea Coppard ຫົວໜ້າໂຄງການ VELA ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ.

ທ່ານ ໜູພັນ ອຸດສາ ຍັງໄດ້ກ່າວສະແດງຄວາມຍິນດີກັບແນວທາງ ອສຄ ຂອງໂຄງການ VELA ຊຶ່ງໄດ້ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຢູ່ໃນ ສປປ ລາວ ກ່ຽວກັບຜູ້ຮຽນຈົບອາຊີວະສຶກສາທີ່ມີທັກສະການຢັ່ງຮາກ ອສຄ ເຂົ້າໃນຫຼັກສູດການຝຶກອົບຮົມຄູຢູ່ໃນສະຖາບັນພັດທະນາອາຊີວະສຶກສາ (ສພອ) ແມ່ນບາດກ້າວທີ່ສຳຄັນ ດ້ວຍການສະໜັບສະໜູນຂອງໂຄງການ VELA, ວິທະຍາໄລຕົວແບບດ້ານ ອສຄ ທັງ 4 ແຫ່ງ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານລາວໄດ້ດີຂຶ້ນ ບັນດາວິທະຍາໄລດັ່ງກ່າວສາມາດເປັນຕົວແບບສຳລັບໂຮງຮຽນອາຊີວະສຶກສາຢູ່ແຂວງອື່ນໆ ໃນຂະນະດຽວກັນການສະໜັບສະໜທີ່ມີຕໍ່ ສພອ ຈະຊ່ວຍພວກເຮົາໃນການປັບປຸງການຝຶກອົບຮົມຄູອາຊີວະສຶກສາໃຫ້ດີຂຶ້ນກວ່າເກົ່າ ແລະ ໃນການເຜີຍແຜ່ວິທີການດັ່ງກ່າວ.

ໃນໂຄງການພັດທະນາອາຊີວະສຶກສາໃນ ສປປ ລາວ (VELA) ແມ່ນປະສານງານໂດຍກະຊວງແຜນການ ແລະ ການລົງທຶນຂອງ ສປປ ລາວ ໂດຍມີກະຊວງສຶກສາທິການ ແລະ ກິລາ ເປັນຄູ່ຮ່ວມຈັດຕັ້ງປະຕິບັດ. ນອກຈາກນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຍັງເປັນຄູ່ຮ່ວມຈັດຕັ້ງປະຕິບັດທີ່ສຳຄັນອີກພາກສ່ວນໜຶ່ງ. ໂຄງການ VELA ແມ່ນຈັດຕັ້ງປະຕິບັດຮ່ວມກັນກັບ GIZ “Deutsche Gesellschaft fueo Internationale Zusammenarbeit (GIZ) Gmbh” ໃນນາມຂອງກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ).
ນັບຕັ້ງແຕ່ການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການໄລຍະທີ 2 ໃນປີ 2019 ໂຄງການ VELA ສະໜັບສະໜູນວິທະຍາໄລເຕັກນິກວິຊາຊີບ 4 ແຫ່ງ ແລະ ສະຖານປະກອບການຫຼາຍກວ່າ 100 ແຫ່ງ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ ດ້ວຍການພັດທະນາ ແລະ ນຳສະເໜີຫຼັກສູດທີ່ຈັດຕັ້ງປະຕິບັດການຮຽນການສອນອາຊີວະສຶກສາແບບຄວບຄູ່ (ອສຄ) 14 ສາຂາ ແລະ ມີນັກຮຽນຫຼາຍກວ່າ 1.200 ຄົນ ກຳລັງຮຽນແບບຄວບຄູ່ ໃນຈຳນວນນັກສຶກສາທີ່ໄດ້ເຂົ້າຮຽນ ສ່ວນຫຼາຍແມ່ນສາມາດຊອກວຽກເຮັດງານທຳ ຫຼັງຈາກສຳເລັດການຝຶກອົບຮົມ.

ອສຄ ແມ່ນແຕກຕ່າງຈາກວິທີການຮຽນການສອນແບບດັ່ງເດີມທີ່ສອນຢູ່ໂຮງຮຽນເປັນຫຼັກ, ອສຄ ເຊື່ອມໂຍງການຮຽນການສອນຢູ່ໂຮງຮຽນກັບການຝຶກປະຕິບັດ ແລະ ປະສົບການເຮັດວຽກຕົວຈິງຢ່າງໜ້ອຍ 50% ທີ່ສະໜອງໃຫ້ໂດຍສະຖານຜູ້ປະກອບການຮ່ວມມືທີ່ນັກຮຽນຖືກສົ່ງໄປຮຽນປະຕິບັດ ດ້ວຍວິທີການນີ້ ຜູ້ທີ່ຮຽນຈົບສາມາດໄດ້ຮັບທັກສະທີ່ຈຳເປັນສຳລັບການເຮັດວຽກຢູ່ສະຖານປະກອບການ ໃນຂະນະດຽວກັນ ສະຖານປະກອບ ຈະໄດ້ມີກຳລັງແຮງງານທີ່ໄດ້ຜ່ານການຝຶກທີ່ດີກວ່າ.

ໄລຍະທີ 2 ຂອງໂຄງການ VELA ໄດ້ເລີ່ມຕົ້ນໃນເດືອນກຸມພາ 2019 ແລະ ຈະດຳເນີນໄປຈົນຮອດເດືອນມິຖຸນາ 2023 ການປະກອບສ່ວນຂອງລັດຖະບານ ເຢຍລະມັນໃສ່ໂຄງການໂດຍຜ່ານກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແມ່ນ 7,25 ເອີໂຣ.

ໂດຍ ສົງການ ພັນແພງດີ