ສະແດງຄວາມຍິນກັບ ຫນຸ່ມ ຄຳພູວົງ ຂານສະຫງ່າ Mister international Laos ຄົນຫຼ້າສຸດ

358

ວ້າວ! ຫນຸ່ມກ້າມແຫນ້ນ ແຖມມີສະເຫນ່ທີ່ຮອຍຍິ້ມ ຄວ້າຕຳແຫນ່ງອັນຊົງກຽດຈາກເວທີປະກວດຊາຍງາມມາຄອງຈົນໄດ້ ໃນ Mister Laos Mister international Laos 2021 ແລະ ຫນຸ່ມທີ່ເຮົາກຳລັງເວົ້າເຖິງຢູ່ນີ້ກໍ່ຄື ຄຳພູວົງ ຂານສະຫງ່າ ຫຼື ໂດ້ ຜູ້ຊະນະເລີດໃນເວທີຊາຍງາມ ແລະ ໄດ້ຕຳແຫນ່ງ Mister international Laos 2021 ແລະ ທີ່ສຳຄັນກໍ່ເປັນທີ່ຖືກອົກຖືກໃຈຂາເຊຍເປັນທີ່ສຸດ ເພາະຕົງໃຈ ແລະ ເຫມາະສົມແຮງກັບຕຳແຫນ່ງນີ້ຫລາຍ.

ມາທຳຄວາມຮູ້ຈັກກັບຫນຸ່ມຄົນນີ້ໃຫ້ເລິກຂຶ້ນກວ່າເກົ່າເລີຍ ສໍາລັບ ຫນຸ່ມ ຄຳພູວົງ ຂານສະຫງ່າ ຫຼື ໂດ້ ໄດ້ແກ່ໝາຍເລກ 18 ປັດຈຸບັນອາຍຸ 22 ປີ ຕົວແທນຈາກນະຄອນຫຼວງວຽງຈັນ ເປັນນັກສຶກສາຈົບໃໝ່ຈາກປະເທດຈີນ ສາຂາສະຖາປັດຕະຍະກໍາ ແລະ ຍັງເປັນເທຣນເນີຟິດເນັດອີກດ້ວຍ ບໍ່ແປກໃຈທີ່ຫຸ່ນດີກ້າມແຫນ້ນ ຈົນມັດໃຈແຟນໆຢູ່ຫມັດເລີຍ.

ຜ່ານມາຫນຸ່ມຄົນນີ້ແມ່ນບໍ່ເຄີຍເຂົ້າປະກວດເວທີໃດມາກ່ອນເລີຍ ແລະ ເປັນອີກຫນຶ່ງຄົນທີ່ມີຄວາມໃຝ່ຝັນໃນເວທີນີ້ຄືຢາກເປັນຜູ້ຊະນະໃນຕຳແໜ່ງໃດໜຶ່ງຂອງເວທີນີ້ ແລະ ຢາກເກັບກ່ຽວປະສົບການໃຫ້ຫຼາຍທີ່ສຸດ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ, ໂດຍເຄີຍໃຫ້ສຳພາດວ່າ: ເລື່ອງຂອງວົງການບັນເທີງແມ່ນບໍ່ຄ່ອຍມີປະສົບການດ້ານນີ້ປານໃດ ຍັງຕ້ອງໄດ້ຮຽນຮູ້ຫຼາຍໆຢ່າງ ເພື່ອຊ່ວຍໃນການຕັດສິນໃຈ ແລະ ຈະສ້າງຜົນງານທີ່ດີຂຶ້ນເລື້ອຍໆ ແຕ່ມື້ນີ້ໂດ້ກໍ່ໄດ້ເຮັດສຳເລັດ ສາມາດຄວ້າຕຳແຫນ່ງ The winer Mister International 2021 ໄປຄອງໄດ້ດ້ວຍຄວາມຈົບງາມ.

ຄຳຄົມຂອງໂດ້ປະຈຳໃຈແມ່ນ “ ຄົນທີ່ບໍ່ເຄີຍເຮັດຜິດພາດ ຄືຄົນທີ່ບໍ່ເຄີຍພະຍາຍາມລອງສິ່ງໃໝ່ໆ ”

ສໍາລັບຈຸດເດັ່ນຂອງຫນຸ່ມຄົນນີ້ ເປັນຄົນທີ່ມີຄວາມໝັ້ນໃຈ, ຄວາມກ້າທີ່ຈະສະແດງອອກ, ມີໄຫວພິບ, ພ້ອມທັງມີສາຍຕາທີ່ສື່ຈິງໃຈສື່ອາລົມອອກຄວາມຮູ້ສຶກອອກມາໄດ້ດີ ແລະ ທີ່ສຳຄັນມີທັກສະໃນການຕອບຄຳຖາມໄດ້ດີຈຶ່ງບໍ່ແປກໃຈເລີຍທີ່ເຮັດໃຫ້ສາມາດເອົາຊະນະໃຈ ຄະນະກຳມະການ ແລະ ຄວ້າຕຳແຫນ່ງມາຄອງຈົນໄດ້.

ເປົ້າຫມາຍຂອງໂດ້ຫລັງຈາກໄດ້ຮັບຕຳແຫນ່ງ ຄືການຢາກເປັນແບບຢ່າງທີ່ດີໃຫ້ກັບສັງຄົມ ນັ້ນກໍຄືການຊ່ວຍຫຼືອທີ່ເປັນການກຸສົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ເພື່ອສ້າງໃຫ້ເປັນຄົນຮຸ່ນໃໝ່ເປີດໂອກາດໃຫ້ກັບຕົວເອງໄດ້ລອງເຮັດສິ່ງໃໝ່ໆ ໂດຍສະເພາະແມ່ນການພັດທະນາບຸກຄະລິກກະພາບ ໃຫ້ມີຄວາມໂດດເດັ່ນເປັນຂອງຕົວເອງ ເພື່ອຮັບໃຊ້ປະເທດຊາດ ແລະ ສັງຄົມຕໍ່ໄປ.

ກິດຈະກຳຍາມວ່າງແມ່ນມັກອອກກຳລັງກາຍ, ລອຍນ້ຳ, ຕີດອກປີກໄກ່, ເຕະບານ, ຕີບານ ແລະ ເວລາສ່ວນໃຫຍ່ແມ່ນການເຂົ້າຟິດເນັດ ຫຼັງຈາກຟິດເນັດແລ້ວແມ່ນອ່ານປຶ້ມ ແລະ ຫາຄວາມຮູ້ເລັກໜ້ອຍໃນອິນເຕີເນັດ

ສ່ວນເລື່ອງການແຕ່ງຕົວແມ່ນແຕ່ງສະບາຍສະບາຍ, ກິນງ່າຍ, ຢູ່ງ່າຍ ເປັນກັນເອງກັບທຸກຄົນລົມນຳໄດ້ທຸກເລື່ອງ ຊ່ອງທາງການຕິດຕາມຜົນງານແມ່ນສາມາດເຂົ້າໄປຕິດຕາມໄດ້ທີ່ ເຟສບຸກສ່ວນຕົວ P’dodo Khamphouvong Khansanga.

 

ຮູບ: Mister Laos Mister international Laos 2021