ຄະນະນຳ ແຂວງຈຳປາສັກ ຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

400

ໃນວັນທີ 21 ທັນວາ 2021 ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ສອນປະເສີດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມດ້ວຍຄະນະ 2 ຝ່າຍ ໄດ້ເດີນທາງໄປຢ້ຽມຢາມ ການພັດທະນາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນຂອງທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກຳມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ທ່າບົກທ່ານາແລ້ງ, ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 7 คน

ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວບາງຕອນວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນນອນໃນຍຸດທະສາດການພັດທະນາທ່າບົກຂອງລັດຖະ ບານ (1 ໃນ 9 ຈຸດໃນທົ່ວປະເທດ) ເຊິ່ງຈຸດທ່າບົກທ່ານາແລ້ງຈະມີເອກະລັກພິເສດແຕກຕ່າງຈາກເຂດອື່ນ ເພາະເປັນຈຸດເຊື່ອມໂຍງການຂົນສົ່ງດ້ວຍຫຼາຍຮູບແບບ, ສາມາດເຊື່ອມໂຍງທາງບົກ, ທາງລາງ, ທາງອາກາດ ແລະ ທາງເຮືອ. ແຕ່ໂຄງການທ່າບົກທ່ານາແລ້ງແມ່ນ 1 ໃນແຜນວ່າດ້ວຍການພັດທະນາການເຊື່ອມໂຍງເຊື່ອມຈອດຂອງລັດຖະບານລາວຫັນຈາກປະເທດ “land locked” to “land linked” ເປັນໜຶ່ງຍຸດທະສາດນອນໃນໂຄງການ LLL (Lao logistics link) ທີ່ປະກອບດ້ວຍທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, ເສັ້ນທາງລົດໄຟ ລາວ-ຫວຽດ ຈາກແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອ່າງ, ເຂດໂລຊິດສະຕິກ ຢູ່ແຂວງຄຳມ່ວນ, ເຂດໂລຊິດສະຕິກ ນະຄອນ ຫຼວງວຽງຈັນ, ເຂດໂລຊິດສະຕິກຢູ່ແຂວງພາກເໜືອ ເພື່ອຫັນປະເທດລາວເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງສິນຄ້າຜ່ານແດນ ແລະ ການຄ້າຜ່ານແດນ.

อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม

อาจเป็นรูปภาพของ 1 คน และ กำลังนั่ง

ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ໄດ້ມີການສຶກສາເບື້ອງຕົ້ນແມ່ນ ເລີ່ມປະຕິບັດມາແຕ່ປີ 2013 ຮອດປີ 2020 ຈຶ່ງສຳເລັດການສຳຫຼວດອອກແບບຕ່າງໆ, ມາຮອດເດືອນກໍລະກົດ 2020 ໄດ້ມີການເຊັນສັນຍາສຳປະທານ ແລະ ຮອດເດືອນທັນວາ 2020 ຈຶ່ງໄດ້ລົງມືກໍ່ສ້າງ ເຖິງເດືອນທັນວາ 2021 (ໃຊ້ເວລາກໍ່ສ້າງທັງໝົດ 11 ເດືອນ) ໄດ້ມີພິທີເປີດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນຢ່າງເປັນທາງການ ໃນວັນທີ 4 ທັນວາ 2021.

อาจเป็นรูปภาพของ 11 คน, ผู้คนกำลังยืน และ กลางแจ้ง

ພ້ອມນີ້ຍັງໄດ້ຟັງການນໍາສະເໜີພາບລວມຂອງວຽກງານ ໂລຊິດສະຕິກຂອງສາກົນ, ທີ່ມາຂອງຄຳວ່າ: Dry Port ຕິດພັນກັບ Logistics, ການຫັນ “land locked” to “land linked” ແລະ ມຸມມອງຄົນລາວຕໍ່ສາກົນ ຈາກ ທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ໄດ້ຮັບຟັງການລາຍງານແບບລົງເລິກກ່ຽວກັບການຈັດຕັ້ງປະຕິບັດ ແລະ ຈຸດປະສົງການສ້າງຕັ້ງດ່ານສາກົນທ່າບົກທ່ານາແລ້ງ, ຂັ້ນຕອນການຈັດຕັ້ງປະຕິບັດຂອດການບໍລິການຂອງທ່າບົກ ແລະ ວຽກງານລະອຽດຕ່າງໆ ຈາກ ທ່ານ ສາຄອນ ພິລາງາມ.

อาจเป็นรูปภาพของ 1 คน และ กลางแจ้ง

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ກ່າວວ່າ: ແຂວງຈຳປາສັກເປັນ 1 ໃນ 9 ເຂດ ທີ່ໄດ້ຮັບອະນຸຍາດສ້າງເຂດໂລຊິດສະຕິກຂຶ້ນໃໝ່ ແຕ່ຂັ້ນຕອນການຈັດຕັ້ງປະຕິບັດຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກປະສົບການ ແລະ ຄວາມພ້ອມ ຊຶ່ງພະນັກງານໃນຂະແໜງການຍັງບໍ່ທັນໄດ້ເຂົ້າໃຈເທົ່າທີ່ຄວນ, ດັ່ງນັ້ນການໄດ້ຮັບຟັງການລາຍງານຈາກບັນດາທ່ານໃນຄັ້ງນີ້ ຫວັງວ່າຂະແໜງການຕ່າງໆທີ່ມາເຂົ້າຮ່ວມຈາກແຂວງຈຳປາສັກ ຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໂລຊິດສະຕິກຫຼາຍຂຶ້ນ ເຊິ່ງໃນວັນທີ 20 ທັນວາ 2021 ທາງຄະນະກໍໄດ້ໄປແລກປ່ຽນບົດຮຽນນຳຂະແໜງການກ່ຽວຂ້ອງຢູ່ເຂດເສດຖະກິດສະຫວັນ-ເຊໂນ ແລະ ມື້ນີ້ກໍໄດ້ມາຖອດຖອນບົດຮຽນຢູ່ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ເຫັນວ່າຂັ້ນຕອນການຈັດຕັ້ງປະຕິບັດຕາມດຳລັດອັນດຽວກັນ, ຕ່າງແຕ່ວ່າຈຸດພິເສດຂອງແຕ່ລະພື້ນທີ່, ບາງຈຸດກໍມີຄວາມສຳເລັດຫຼາຍດ້ານ ເຊິ່ງຈະເປັນທ່າແຮງໃຫ້ແຂວງຈຳປາສັກ ແລະ ພາຍຫຼັງໄດ້ຖອດຖອນບົດຮຽນ, ແລກປ່ຽນບົດຮຽນ, ວິທີການ, ຂັ້ນຕອນການຈັດຕັ້ງປະຕິບັດ ແລະ ໄດ້ລົງເບິ່ງຕົວຈິງແລ້ວ ກໍຢາກໃຫ້ມີການສືບຕໍ່ແລກປ່ຽນບົດຮຽນຊ່ວຍເຫຼືອແຂວງຈຳປາສັກ ກໍຄືຢູ່ບັນດາບັນດາ 9 ຈຸດໃຫ້ເປັນເອກະພາບກັນຕື່ມອີກໃນຕໍ່ໜ້າ.

อาจเป็นรูปภาพของ 8 คน, สถานที่ในร่ม และ สำนักงาน

ນອກນີ້ຄະນະນຳໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ກໍໄດ້ນຳພາຄະນະນຳຈາກແຂວງຈຳປາສັກ ແລະ ຈາກຫ້ອງການຄຸ້ມຄອງເຂດ ແລະ ພາກສ່ວນກ່ຽວຂ້ອງ ເລາະເບິ່ງການພັດທະນາຂອງເຂດ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນອີກດ້ວຍ.

อาจเป็นรูปภาพของ 2 คน, หน้าจอ และ สถานที่ในร่ม

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ກວມລວມທັງໝົດ 382 ເຮັກຕາ ລວມມີມູນຄ່າການລົງທຶນໂຄງການທັງໝົດ 727 ລ້ານໂດລາສະຫະລັດ ຈະແບ່ງ ອອກ ເປັນ 3 ໄລຍະ ແລະ ໄດ້ແບ່ງອອກເປັນ 5 ເຂດບໍລິການ ຄື: 1. ທ່າບົກທ່ານາແລ້ງ ແມ່ນເປັນເຂດສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານ ຊາຍແດນໂດຍມີບັນດາອົງປະກອບລະບົບສາງ, ພາສີ ປະເພດຕ່າງໆຄົບວົງຈອນ; 2. ເຂດສາງເກັບນ້ຳມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້າ ນຳເຂົ້າປະເພດທາດແຫຼວ ຈາກຕ່າງປະເທດ ໂດຍຜ່ານລານຄ່ຽນຖ່າຍສິນຄ້າ ແລະ ທໍ່ສົ່ງນ້ຳມັນພ້ອມທັງເປັນສູນກາງດ້ານການແຈກຢາຍສິນຄ້າປະເພດນ້ຳມັນເຊື້ອໄຟຂອງປະເທດ;

อาจเป็นรูปภาพของ ถนน

3. ເຂດໂລຊິດສະຕິກ ຈະເປັນເຂດບໍລິການຫຼັກ ເຊັ່ນ: ສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າຜ່ານສິ່ງອຳນວຍຄວາມສະດວກຕ່າງໆພາຍໃນ ເຂດເຊັ່ນ: ການຈັດເກັບ, ການຮວບຮວມ, ການແຈກຢາຍສິນຄ້າ, ການບໍລິຫານຈັດເກັບ, ສາງເກັບ ຮັກສາສິນຄ້າ; 4. ເຂດການຄ້າເສລີ ເຊິ່ງມີບັນດາກິດຈະການ ເຊັ່ນ: ເຂດ Halal Hub, ແລະ ເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ: ພື້ນທີ່ຕຶກອາຄານ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ເຂດສຳນັກງານໃຫຍ່ຂອງບໍລິສັດ; 5.ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອການສົ່ງອອກ ແມ່ນເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ.